Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີສະເຫຼີມສະຫຼອງວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ ປະຈໍາປີ 2023

ໃນຕອນເຊົ້າ ວັນທີ 9 ພະຈິກ 2023 ນີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ຄົບຮອບ 17 ປີ (11 ພະຈິກ 2006 -11 ພະຈິກ 2023) ຂຶ້ນ ຢູ່ທີ່ ຟາມສັດໃຫຍ່ຂອງວິທະຍາໄລ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງເພັດ ຈິດຕະບຸບຜາ ຮອງອໍານວຍການວິທະຍາໄລ, ມີຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ພິທີ ທ່ານ ສົມລິດ ພອນສະຫວັດ ຮອງຫົວໜ້າຄະວິຊາລ້ຽງສັດ ໄດ້ຜ່ານຂໍ້ຕົກລົງຂອງ ອໍານວຍການວິທະຍາໄລ ວ່າດ້ວຍການອະນຸມັດຈັດພິທີສະເຫຼີມສະຫຼອງວັນສັກຢາກັນພະຍາດສັດ ແຫ່ງຊາດ ປະຈໍາປີ 2023, ຈາກນັ້ນ ທ່ານ ທອງເພັດ ຈິດຕະບຸບຜາ ໄດ້ມີຄໍາເຫັນ ພ້ອມທັງກ່າວເປີດພິທີ ທ່ານໄດ້ກ່າວວ່າ ການກະສິກຳການປູກຝັງ-ລ້ຽງສັດ ເພື່ອເປັນອາຊີບເສີມ ແລະ ອາຊີບຫຼັກ ເພື່ອສ້າງລາຍຮັບເຂົ້າໃນການແກ້ໄຂຊິວິດການເປັນຢູ່ໃຫ້ດີຂຶ້ນ ໂດຍສະເພາະແມ່ນການລ້ຽງສັດ ປະຈຸບັນນີ້ ໄດ້ມີການພັດທະນາຈາກການລ້ຽງສັດແບບປະປ່ອຍຕາມທຳມະຊາດ ຫັນມາລ້ຽງແບບເປັນຟາມຫຼາຍຂຶ້ນ ພ້ອມທັງມີການຈັດການແບບເປັນລະບົບ, ເປັນຕົ້ນການລ້ຽງໝູ, ລ້ຽງໄກ່, ງົວ, ຄວາຍ ຢ່າງກວ້າງຂວາງ, ເພື່ອເປັນການປ້ອງການບໍ່ໃຫ້ເກີດການລະບາດຂອງພະຍາດສັດ ຕ້ອງໄດ້ເອົາໃຈໃສ່ສ້າງຂະບວນການສັກຢາປ້ອງການພະຍາດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງ ເພາະໃນຊ່ວງໄລຍະນີ້ ເປັນຊ່ວງສະພາບອາກາດມີການປ່ຽນແປງ ເຮັດໃຫ້ສັດລ້ຽງ ມີຄວາມສ່ຽງໃນການເກີດຄວາມຄຽດ ແລະ ຕິດເຊື້ອພະຍາດໄດ້ງ່າຍ, ໂອກາດທີ່ສັດຈະເກີດພະຍາດຕິດແປດກໍມີສູງ ຈຶ່ງຮຽກຮ້ອງໃຫ້ບັນດາຄູອາຈານຜູ້ທີ່ຮັບຜິດຊອບກິດຈະກໍາຟາມລ້ຽງສັດ ຂອງວິທະຍາໄລ ຈົ່ງພ້ອມກັນປົກປັກຮັກສາສັດລ້ຽງພາຍໃນຟາມຂອງຕົນ ໂດຍການນໍາໃຊ້ເຕັກນິກວິຊາການເຂົ້າຊ່ວຍ, ປັບປຸງດ້ານອາຫານ, ແນວພັນສັດ ແລະ ເຕັກນິກການຈັດການໃຫ້ດີ. ຫຼັງຈາກນັ້ນ ທ່ານ ຢ່າເລົ່າ ລີຟົງ ໄດ້ແນະນໍາປະພດຂອງຢາວັກຊິນທີ່ໃຊ້ກັບສັດແຕ່ລະປະເພດ ພ້ອມທັງແນະນໍາເຕັກນິກວິທີການໃນການສັກຢາໃຫ້ກັບຜູ້ເຂົ້າຮ່ວມ, ຈາກນັ້ນຄະນະອໍານວຍການ ພ້ອມດ້ວຍຜູ້ເຂົ້າຮ່ວມ ດໍາເນີນການສັກຢາໃຫ້ແກ່ສັດລ້ຽງຂອງວິທະຍາໄລຢ່າງເປັນຂະບວນຟົດຟຶ້ນ.

ຂ່າວ: ສີສະຫວາດ ພັນທຸວົງ