Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຢ້ຽມຢາມ ແລະ ໂອ້ລົມພະນັກງານຄູອາຈານ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

ໃນຕອນແລງຂອງ ວັນທີ 21 ທັນວາ 2023 ທ່ານ ປອ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ທີ່ ແຂວງຫຼວງພະບາງ, ໂດຍໃຫ້ການຕ້ອນຮັບຂອງຮັກສາການອໍານວຍການວິທະຍາໄລພາກເໜືອ ແລະ ຄະນະອໍານວຍການ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນຫຼວງພະບາງ, ພ້ອມດ້ວຍພະນັກງານຄູອາຈານພາຍໃນວິທະຍາໄລ.

ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລ ໄດ້ລາຍງານສະພາບລວມຂອງ ວິທະຍາໄລໂດຍຫຍໍ້ໃຫ້ວ່າ: ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຮັບການສ້າງຕັ້ງຂຶ້ນໃນ ວັນທີ 20 ພະຈິກ 1989, ດຳເນີນການສິດສອນຫຼັກສູດຊັ້ນສູງ ດ້ານກະສິກຳ ແລະ ປ່າໄມ້ ເຂດເນີນສູງ ໃນລະບົບ 3 ປີ, ຫຼັກສູດຕໍ່ເນື່ອງ 1,5 ປີ, ໂດຍມີ 5 ສາຂາວິຊາ ຄື: ສາຂາວິຊາລ້ຽງສັດ, ສາຂາວິຊາປູກຝັງ, ສາຂາວິຊາ ທຸລະກິດກະສິກຳ, ສາຂາວິຊາ ປ່າໄມ້ ແລະ ສາຂາວິຊາປະມົງ. ຫຼັກສູດການຮຽນ-ການສອນທີ່ເນັ້ນ ເອົານັກສຶກສາເປັນສູນກາງ ຮຽນພາກທິດສະດີ 40% ຄຽງຄູ່ກັບພາກປະຕິບັດ 60% ໂດຍຮຽນຢູ່ຫ້ອງຮຽນ, ຫ້ອງທົດລອງ, ຟາມຂອງວິທະຍາໄລ ການທົດລອງສົ່ງເສີມຮ່ວມກັບຊາວກະສິກອນ, ການທັດສະນະສຶກສານອງສະຖານທີ່, ໄດ້ກໍ່ສ້າງນັກວິຊາການທາງດ້ານກະສິກຳ ແລະ ປ່າໄມ້ ອອກສູ່ສັງຄົມທັງໝົດ 3 ຫຼຸ້ນ ມີຈໍານວນ 2,358 ຄົນ, ຍິງ 776 ຄົນ, ນອກນັ້ນຍັງໄດ້ບໍລິການຝຶກອົບຮົມຫຼັກສູດໄລຍະສັ້ນ 3 ເດືອນ, 1 ເດືອນ ແລະ 1 ອາທິດ ໃຫ້ແກ່ຊາວກະສິກອນທັງພາຍໃນ ແລະ ຕ່າງແຂວງຕື່ມອີກ.

ໂອກາດການມາຢ້ຽມຢາມຄັ້ງນີ້ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ວິທະຍາໄລສືບຕໍ່ປັບປຸງຄົ້ນຄວ້າໂຄງຮ່າງເນື້ອໃນຫຼັກສູດ ໃຫ້ແທດເໝາະກັບສະພາບການໃນໄລຍະໃໝ່ ປະສານງານກັບບັນດາກົມວິຊາການ ໃຫ້ມີການແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ, ສ້າງນັກວິຊາການອອກສູ່ສັງຄົມໃຫ້ມີປະສິດທິພາບ-ມີສີມືທີ່ດີ ພ້ອມທັງປູກຈິດສໍານຶກໃຫ້ນັກສຶກສາທີ່ຮຽນຈົບ ເປັນຜູ້ປະກອບການ ເຮັດທຸລະກິດຂອງຕົນເອງ, ຫັນເອົາເຕັກໂນໂລຊີທີ່ທັນສະໄໝປະກອບເຂົ້າຫຼັກສູດການຮຽນ-ການສອນຂອງວິທະຍາໄລ, ພ້ອມທັງຮຽກຮ້ອງໃຫ້ພະນັກງານຄູອາຈານຕັ້ງໜ້າຄົ້ນຄ້ວາພັດທະນາ ຊອກຮູ້ຮໍ່າຮຽນ ເປັນຕົ້ນການຍົກລະດັບ ໃຫ້ມີຄວາມຮູ້-ປະສົບການສູງຂຶ້ນ ເພື່ອມາພັດທະນາຄົນເອງ ຄອບຄົວ ແລະ ສັງຄົມໃຫ້ຈະເລີນຂຶ້ນເລື້ອຍໆ ການລົງເຮັດວຽກຄັ້ງນີ້ຄະນະທີມງານຍັງໄດ້ລົງເບິ່ງບັນດາກິດຈະກໍາ ການປູກ-ການລ້ຽງ ໃນພື້ນທີ່ຂອງວິທະຍາໄລຕື່ມອີກ.

ຂ່າວ: ສີສະຫວາດ ພັນທຸວົງ