Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ສືບຕໍ່ຮ່ວມມືດ້ານວິຊາການ ກັບ ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ

ໃນວັນທີ 9 ພະຈິກ 2023 ນີ້ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາການ ລະຫວ່າງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ຢູ່ທີ່ຫ້ອງປະຊຸມ ຂອງມະຫາວິທະຍາໄລ ສຸພານຸວົງ, ໂດຍການ ເປັນປະທານຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ, ໂດຍມີ ທ່ານ ສົມສີ ຄໍາມະນີວົງ ຮອງອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ຊົ່ງ ມິນຍິງ ຜູ້ອໍານວຍການສະຖາບັນຂົງຈື້ຝ່າຍຈີນ, ທ່ານ ນາງ ສຸດທິດາ ຮຸ່ງແສງຟ້າ ຜູ້ອໍານວຍການສະຖາບັນຂົງຈື້ຝ່າຍລາວ, ພ້ອມດ້ວຍພະນັກງານຄູອາຈານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນການລົງນາມສັນຍາຮ່ວມກັນໃນຄັ້ງນີ້ເພື່ອ ສືບຕໍ່ການຮຽນ-ການສອນພາສາຈີນ ແລກປ່ຽນວັດທະນະທຳຈີນ ໃຫ້ແກ່ ນັກສຶກສາ ຂອງວິທະຍາໄລ, ສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະ ໃຫ້ບໍລິການທາງດ້ານວິຊາການໃນທ້ອງຖິ່ນໃນເຂດພາກເໜືອຂອງລາວ ຊຶ່ງໃນແຕ່ລະປີສະຖາບັນຂົງຈື, ມະຫາວິທະຍາໄລ ສຸພານຸວົງ ຈະໄດ້ຄັດເລືອກນັກສຶກສາ ແລະ ພະນັກງານທີ່ມີເງື່ອນໄຂຈາກ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເພື່ອຮັບທຶນການສຶກສາ ໄປສຶກສາວິຊາສະເພາະຢູ່ສະຖາບັນການສຶກສາແຫ່ງຕ່າງໆທີ່ເໝາະສົມໃນ ປະເທດຈີນ. ຫຼັງຈາກນັ້ນ ພິທີກໍໄດ້ມີການລົງນາມສັນຍາການຮ່ວມມືດ້ານວິຊາການ ຢ່າງເປັນທາງການ ຊຶ່ງຕາງໜ້າວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໂດຍແມ່ນທ່ານ ສົມສີ ຄໍາມະນີວົງ ຮອງອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ຕາງໜ້າມະຫາວິທະຍາໄລ ສຸພານຸວົງ ແມ່ນທ່ານ ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ແລະ ທ່ານ ຊົ່ງ ມິນຍິງ ຜູ້ອໍານວຍການສະຖາບັນຂົງຈື້ຝ່າຍຈີນ, ໂດຍການເປັນສັກຂີພິຍານຂອງຜູ້ເຂົ້າຮ່ວມທັງສອງຝ່າຍ.

ຂ່າວ ສີສະຫວາດ ພັນທຸວົງ