Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ ລະຫວ່າງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລ ສຸພານຸວົງ

ໃນວັນທີ 12 ມັງກອນ 2024 ນີ້ ຢູ່ທີ່ ຫ້ອງປະຊຸມຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານວົງ, ໄດ້ມີພິທີລົງນາມເຊັນບົດບັນທຶກການຮ່ວມມືທາງດ້ານວິຊາການ ລະຫວ່າງ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແລະ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ມະຫາວິທະຍາໄລສຸພານຸວົງ ເປັນປະທານເຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ປະລິນຍາໂທ ບຸນລໍ່າ ສິງປາ ຮັກສາການຄະນະບໍດີ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າພະແນກການ ທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ ທ່ານ ວັນນະສິນ ພອນຍາຜົນ ຈັດຕັ້ງພິທີໄດ້ຜ່ານເນື້ອໃນຂອງການຮ່ວມມືວ່າ ທັງ 2 ສະຖາບັນໄດ້ມີຄວາມມຸ້ງໝັ້ນໃນການເສີມສ້າງຄວມສຳພັນການຮ່ວມມື ເຊິ່ງກັນ ແລະ ກັນ ເພື່ອປັບປຸງ ພັດທະນາການຮຽນ-ການສອນ, ການຍົກລະດັບວິຊາສະເພາະຂອງພະນັກງານຄູອາຈານ, ລະບົບການຄຸ້ມຄອງ, ການບໍລິຫານ, ການຄົ້ນຄວ້າທົດລອງ, ການຈັດກອງປະຊຸມເຜີຍແຜ່ວິຊາການ, ພັດທະນາຫຼັກສູດຝຶກອົບຮົມໄລຍະສັ້ນ ແລະ ຫຼັກສູດປະລິນຍາຕີລະບົບຕໍ່ເນື່ອງ, ແລກປ່ຽນອາຈານໃນການສິດສອນ ແລະ ການທັດສະນະສຶກສາ. ໃນພິທີລົງນາມໃນຄັ້ງນີ້ ຕາງໜ້າວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໂດຍ ທ່ານ ປະລິນຍາເອກ ອຸໄທ ສຸກຂີ ແລະ ຕາງໜ້າຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ເຊິ່ງເປັນສັກຂີພິຍານໂດຍຜູ້ເຂົ້າຮ່ວມທັງສອງຝ່າຍ.

ຂ່າວ: ສີສະຫວາດ ພັນທຸວົງ.