Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ທ່ານປະທານ ສຸພານຸວົງ ແລະ ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ປະຈໍາປີ 2023

ໃນຕອນເຊົ້າ ວັນທີ 13 ກໍລະກົດ 2023 ນີ້ ຢູ່ທີ່ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດ ພິທີສະເຫຼີມສະຫຼອງວັນເກີດຂອງ ທ່ານປະທານ ສຸພານຸວົງ ຄົບຮອບ 114 ປີ ແລະ ວັນ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 26 ປີ ຂຶ້ນ. ໂດຍການເຂົ້າຮ່ວມຂອງ ທ່ານ ສົມສີ ຄໍາມະນີວົງ, ທ່ານ ທອງເພັດ ຈິດຕະບຸບຜາ ຮອງອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ບຸນອອນ ພົງພັນ ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ທ່ານ ທອງສະມຸດ ພູມມະສອນ ອະດິດອໍານວຍການວິທະຍາໄລ, ທ່ານ ສີສະຫວັດ ໄຊຍະພູມ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກອູ, ມີແຂກຖືກເຊີນຈາກບ້ານອ້ອມຂ້າງວິທະຍາໄລ ພ້ອມດ້ວຍພະນັກງານ ຄູອາຈານ ແລະ ນັກສຶກສາພາຍວິທະຍາໄລ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານ ສົມສີ ຄໍາມະນີວົງ ຮອງອໍານວຍການວິທະຍາໄລ ໄດ້ປາຖະກະຖາມູນເຊື້ອ ປະຫວັດການເຄື່ອນໄຫວຂອງ ທ່ານ ປະທານ ສຸພານຸວົງໂດຍຫຍໍ້ ຈາກນັ້ນ ທ່ານ ທອງເພັດ ຈິດຕະບຸບຜາ ຮອງອໍານວຍການວິທະຍາໄລ ໄດ້ຂຶ້ນເລົ່າປະຫວັດຄວາມເປັນມາຂອງ ວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ ໂດຍຍົກໃຫ້ເຫັນຄວາມສຳຄັນຂອງ ສັດນໍ້າ ແລະ ສັດປ່າ ຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດຊາດ, ຕໍ່ການປັບປຸງຊີວິດການເປັນຢູ່, ຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ແລະ ເພື່ອເປັນການອານຸລັກ-ປົກປັກຮັກສາຊີວະນາໆພັນໃຫ້ມີຄວາມຍືນຍົງ, ພັກ ແລະ ລັດຖະບານ ໄດ້ກໍານົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ, ໃນຕອນທ້າຍ ທ່ານຍັງໄດ້ຮຽກຮ້ອງມາຍັງ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທຸກຄົນ ຈົ່ງຮ່ວມແຮງຮ່ວມໃຈກັນເຂົ້າຮ່ວມໃນການຄຸ້ມຄອງ, ການປົກປັກຮັກສາ ແລະ ການພັດທະນາສັດນໍ້າ-ສັດປ່າ ໃຫ້ມີຄວາມຍືນຍົງຕະຫຼອດໄປ. ຈາກນັ້ນ ກໍໄດ້ນໍາເນີນການປ່ອຍປາ ຢູ່ທີ່ ຟາມປະມົງ ຂອງວິທະຍາໄລ, ຊຶ່ງປາທີ່ນໍາມາປ່ອຍໃນຄັ້ງນີ້ ປະກອບມີ ອິນເດຍ ແລະ ປານິນ ມີຈໍານວນທັງໝົດ 30.000 ໂຕ, ໃນນີ້ປ່ອຍລົງໜອງພາຍໃນວິທະຍາໄລສາມຂາ 25.500 ໂຕ, ປ່ອຍລົງນ້ຳເຊືອງ (ຂອບເຂດບ້ານວຽງສະຫວັນ) 3.000 ໂຕ ແລະ ປ່ອຍລົງນໍ້າຂອງ (ຂອບເຂດບ້ານຊ່າງໄຫ) 1.500 ໂຕ. ຂ່າວ: ສີສະຫວາດ ພັນທຸວົງ