Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

4ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022

ວັນທີ 19 ພຶດສະພາ 2023 ນີ້ ຢູ່ທີ່ຫ້ອງປະຊຸມ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີມອບ-ຮັບ ນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ປະລິນເອກ ຄໍາຄ່ອງ ພົມມະປັນຍາຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ສະຫາຍ ປະລິນຍາເອກ ອຸໄທ ສຸກຂີ ເລຂາຄະນະພັກຮາກຖານ ຮັກສາການອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ແຂກຖືກເຊີນຈາກໜ່ວຍພັກບ້ານ, ພະແນກການ, ສະຖາບັນການສຶກສາອ້ອມຂ້າງວິທະຍາໄລ ແລະ ສະມາຊິກພັກພາຍໃນວິທະຍາໄລເຂົ້າຮ່ວມ.

ໃນພິທີ ສະຫາຍ ປອ ອຸໄທ ສຸກຂີ ຂຶ້ນຜ່ານບົດສະຫຼຸບຕີລາຄາປະເມີນຜົນການຊີ້ນໍາ-ນໍາພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023. ຄະນະພັກຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ປະກອບມີ 4 ໜ່ວຍພັກ ຄື ໜ່ວຍພັກຫ້ອງການ, ໜ່ວຍພັກຄະນະວິຊາປູກຝັງ, ໜ່ວຍພັກຄະນະວິຊາລ້ຽງສັດ ແລະ ໜ່ວຍພັກຄະນະວິຊາປ່າໄມ້, ມີສະມາຊິກພັກທັງໝົດ 81 ສະຫາຍ, ຍິງ 26 ສະຫາຍ, ໃນນັ້ນມີສະມາຊິກພັກສໍາຮອງ 12 ສະຫາຍ, ຍິງ 7 ສະຫາຍ. ໃນໄລຍະ 1 ປີທີ່ຜ່ານມາ ສະມາຊິກພັກ ແມ່ນມີຄວາມຈົງຮັກພັກດີຕໍ່ພັກ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຕໍ່ແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງຂອງຂັ້ນເທິງ ແລະ ລະບຽບກົດໝາຍຂອງລັດ, ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນ-ທຸ່ນທ່ຽງ, ມີຄວາມສາມັກຄີ ເປັນເອກະພາບສູງພາຍໃນພັກ.

ໃນໄລຍະຜ່ານມາທັງ 4 ໜ່ວຍພັກ ໄດ້ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກໄດ້ 18 ສະຫາຍ, ຍິງ 7 ສະຫາຍ. ຜ່ານການດໍາເນີນຊີວິດການເມືອງ, ສໍາຫຼວດ ແລະ ຕີລາຄາຈັດປະເພດ ທັງໝົດ 71 ສະຫາຍ, ຍິງ 19 ສະຫາຍ, ຜ່ານການຕີລາຄາປະເມີນຜົນ ປະເພດໜ່ວຍພັກ ແລະ ສະມາຊິກພັກ ໄດ້ປະເພດແຂງ ກວມເອົາ 100% ຂອງສະມາຊິກພັກທັງໝົດ. ໂອກາດດັ່ງກ່າວ ສະຫາຍ ປອ. ຄໍາຄ່ອງ ພົມມະປັນຍາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ໃຫ້ແກ່ 4 ໜ່ວຍພັກ ຢ່າງສົມກຽດ ພ້ອມທັງມີຄໍາເຫັນຍ້ອງຍໍຊົມເຊີຍທັງ 4 ໜ່ວຍພັກ ທີ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ພ້ອມທັງໄດ້ເນັ້ນໃຫ້ ຄະນະພັກ ແລະ ສະມາຊິກພັກ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມສາມັກຄີ ຖືເອົາການວຽກງານການເມືອງ-ແນວຄິດເປັນກົກ ໃນການສຶກສາອົມຮົມສະມາຊິກພັກ-ພະນັກງານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສັດຊື່ບໍລິສຸດຕໍ່ໜ້າທີ່ວຽກງານ, ເປັນແບບຢ່າງນໍາໜ້າມະຫາຊົນ ໃນການປະຕິບັດກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ສືບຕໍ່ຮັກສາມູນເຊື້ອໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄວ້ໃຫ້ໜັ້ນຄົງຕະຫຼອດໄປ.

ຂ່າວ: ສີສະຫວາດ ພັນທຸວົງ