Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກໍ່ສ້າງເສັ້ນທາງໂຮງຮຽນ

ໃນວັນທີ 20 ມີນາ 2023 ຢູ່ທີ່ໂຮງຮຽນຊົັນລະປະທານຊັ້ນສູງທ່າງ່ອນ ໄດ້ຈັດໃຫ້ມີການອອກແຮງງານເພື່ີອຕ້ອນຮັບວັນສຳຄັນຂອງຊາດ ໂດຍສະເພາະແມ່ນຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ແລະ ເພື່ອຕ້ອນຮັບວັນສົງການປີໃໝ່ລາວ ທີ່ຈະມາເຖິງໃນມໍ່ໆນີ້ເຊີ່ງແມ່ນການຮ່ວມຈິດຮ່ວມໃຈພ້ອມພຽງຮຽງໜ້າກັນ ຄະນະອໍຳນວຍການໂຮງຮຽນ, ຫົວໜ້າຫ້ອງການ, ຮອງຫ້ອງການ,ຫົວໜ້າຄະນະວິຊາ,ຮອງຄະນະວິຊາ ພ້ອມທັງພະນັກງານວິຊາການຄູອາຈານ, ອ້າຍນ້ອງນັກສຶກສາ ປີທີ 1, ປີທີ 2 ແລະ ປີທີ3 ທັງ 3 ຄະນະວິຊາເຂົ້າຮ່ວມລວມທັງໝົດ 79 ຄົນ,ຍິງ 34 ຄົນ ວຽກງານດັ່ງກ່າວແມ່ນເປັນການສືບຕໍ່ເຮັດເສັ້ນທາງເບຕົງພາຍໃນໂຮງຮຽນເຊີ່ງມີລວງກວ້າງ 5 ແມັດ ແລະ ລວງຍາວ 15 ແມັດ, ແບ່ງເປັນ 10 ລອ໊ກແຕ່ລະລອ໊ກແມ່ນໄດ້ແບ່ງຄວາມຮັບຜິດຊອບເປັນແຕ່ລະຈຸເພື່ອສະດວກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ພາບຂ່າວ: ຈິດວິໄລ