Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້ ຢ້ຽມຊົມ ອານຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ

ເພື່ອຂ່ຳນັບ ຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ 22/03/1955-22/03/2022 ຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍສະມາຊິກ ຊາວໜຸ່ມຈາກ ແຕ່ລະຮາກຖານ ໄດ້ເຂົ້າຢ້ຽມຊົມ ອານຸສອນ ສະຖານ ຂອງ ທ່ານ ໜູຮັກ ພູມສະຫວັນ ອະດິດ ການນຳສູງສຸດ ຂອງ ສປປ ລາວ.ໃນພິທີ ກ່າວຕ້ອນຮັບ ແລະ ເລົ່າປະຫວັດ ມູນເຊື້ອການປະຕິວັດ ໂດຍ ທ່ານ ນາງ ພອນມະນີ ຄູນມີໄຊ ຮອງຫົວໜ້າພະແນກ ອານຸສອນ ສະຖານ ທ່ານ ໜູຮັກ ພູມສະຫວັນ. ຫຼັງຈາກນັ້ນ, ສະຫາຍ ບຸນຈັນ ກົມບຸນຍະສິດ ເລຂາ ຄະນະ ບໍລິຫານ ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມ ສະແດງຄວາມຮູ້ບຸນຄຸນ ຕໍ່ວິລະກຳ ອັນຍິ່ງໃຫຍ່ ຂອງ ທ່ານ ໜູຮັກ ພູມສະຫວັນ ພ້ອມທັັງໄດ້ເດີນຊົມ ເຮືອນ ຂອງທ່ານ ເພື່ອຮັບຟັງເຊື່ອມຊຶມ ແນວຄິດ ຊື່ສັດ ຕໍ່ຊາດ ແລະ ປະຊາຊົນ ຂອງເພິ່ນ ເພື່ອເປັນແນວທາງ ໃນການ ມາໝູນໃຊ້ ໃນການນຳພາ ວຽກງານຂອງຊາວໜຸ່ມກໍ່ຄື ຂອງພັກ-ລັດ ຕໍ່ໄປ.

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ