Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ - ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

ໃນວັນທີ 06 ພຶດສະພາ 2024 ຢູ່ທີ່ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີມອບ - ໜ້າທີ ລະຫວ່າງ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ (ຜູ້ເກົ່າ) ແລະ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມນີ້ກໍ່ມີບັນດາສະຫາຍ ຄະນະປະຈຳພັກ, ຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ບັນດາສະຫາຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ ອ້ອມຂ້າງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ແລະ ບັນດາຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບ 2 ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມຢ່າງພ້ອມພຽງ