Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີ ມອບ-ໂອນ ສູນພັດທະນາກະສິກຳ ເຊບັ້ງໄຟ

ໃນວັນທີ 3 ເມສາ 2024 ຢູ່ທີ່ສະໂມສອນໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ ໄດ້ຈັດພິທີ ມອບ-ໂອນ ສູນພັດທະນາກະສິກຳ ເຊບັ້ງໄຟ ທີ່ຂຶ້ນກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສິກຳ ແລະ ປ່າໄມ້ ໄປໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ສືບຕໍ່ຄຸ້ມຄອງໂດຍກົງ ນັບທັງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສູນ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 4858/ກປ, ລົງວັນທີ 1 ທັນວາ 2023 ເຊິ່ງພິທີດັ່ງກ່າວໄດ້ເຊັນ ມອບ-ໂອນ ລະຫວ່າງ ໂດຍ ທ່ານ ໂສພາ ສິດທິໂສມ ຮອງກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ກໍ່ມີບັນດາ ຫົວໜ້າກົມຂອງກະຊວງ, ຫົວໜ້າພະແນກການຂອງແຂວງຄຳມ່ວນ ແລະ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທັງ 10 ເມືອງຂອງແຂວງຄຳມ່ວນ ເຂົ້າຮ່ວມເປັນສັກຂີພະຍານ.