Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີ ປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ (ຜູ້ເກົ່າ) ແລະ (ຜູ້ໃໝ່).

ໃນວັນທີ 3 ເມສາ 2024 ຢູ່ທີ່ສະໂມສອນໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ ໄດ້ຈັດພິທີ ປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ (ຜູ້ເກົ່າ) ແລະ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ກໍ່ມີບັນດາ ຫົວໜ້າກົມຂອງກະຊວງ, ຫົວໜ້າພະແນກການຂອງແຂວງຄຳມ່ວນ ແລະ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທັງ 10 ເມືອງຂອງແຂວງຄຳມ່ວນ ເຂົ້າຮ່ວມເປັນສັກຂີພະຍານ