Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 138 ປີ

ໃນຕອນເຊົ້າວັນທີ 30 ເມສາ 2024 ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 138 ປີ (01 ພຶດສະພາ 1886 - 01 ພຶດສະພາ 2024) ພາຍໃຕ້ຄຳຂ້ວນ:“ຄວາມຍຸຕິທຳໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ” ໃຫ້ກຽດປະຖາກະຖາໃນຄັ້ງນີ້ ໂດຍ ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້, ປະທານກຳມະບານຮາກຖານ ຫ້ອງການ, ບັນດາກົມ, ສະຖາບັນ, ສູນ ແລະ ວິທະຍາໄລຊົນລະປະທານທ່າງ່ອນ ເຂົ້າຮ່ວມທັງໝົດ 232 ທ່ານ.