Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 08 ພຶດສະພາ 2024 ຢູ່ທີ່ກົມພັດທະນາຊົນນະບົດ ໄດ້ຈັດພິທີ ປະກາດການຈັດຕັ້ງ ພະນັກງານຂັ້ນກົມຍົກຍ້າຍໄປປະຈຳການບ່ອນໃໝ່ ແລະ ແຕ່ງຕັ້ງ ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄປເປັນ ຮອງຫົວໜ້າກົມພັດທະນາຊົນນະບົດ ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ພ້ອມນີ້ກໍ່ມີບັນດາ ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ພະນັກງານຂອງກົມພັດທະນາຊົນນະບົດ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ