Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ສຳເລັດພິທີປະກາດການປັບປຸງກົງຈັກການຈັດຕັ້ງ

ໃນຕອນເຊົ້າວັນທີ 02 ກັນຍາ 2022ພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໄດ້ຈັດຕັ້ງພິທີປະກາດການປັບປຸງກົງຈັກການຈັດຕັ້ງ ຂຶ້ນທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ຮິນທອງ ດວງຈັນສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ແລະ ໄດ້ມີ ທ່ານ ໄຈເພັດ ເຮືອງຖາວອນ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂອງແຂວງ, ມີການນຳພະແນກ, ຂະແໜງການທີ່ຂຶ້ນກັບພະແນກ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕະຫຼອດຮອດພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ທ່ານ ນາງ ແພງພາສຸກ ແກ້ວບົວສະໄໝ ຮອງຄະນະຈັດຕັ້ງແຂວງ ໄດ້ຜ່ານຂຶ້ນ ຂໍ້ຕົກລົງ ທ່ານເຈົ້າແຂວງ ສະບັບເລກທີ 1058/ຈຂ.ຫພ ລົງວັນທີ 22 ສິງຫາ 2022 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນພອນ ບຸດພະຈັນ ຫົວໜ້າຂະແໜງແຜນການ ແລະ ການເງິນ ເປັນຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຫົວພັນ.

ທ່ານ ຮິນທອງ ດວງຈັນສຸກ ປະທານກອງປະຊຸມ ໄດ້ໃຫ້ຄໍາໂອ້ລົມຕໍ່ກັບ ພະນັກງານລັດຖະກອນຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ເຂົ້າໃຈຕໍ່ກັບການປັບປຸງສັບຊ້ອນການຈັດຕັ້ງ ຖືເປັນວຽກປົກກະຕິຂອງການຈັດຕັ້ງ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດຕາມຂັ້ນຕອນ ແລະ ລະບຽບການ; ເພື່ອຜັນຂະຫຍາຍສອງວາລະແຫ່ງຊາດ ໃຫ້ຄະນະພັກເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ, ປັບປຸງແບບແຜນວິທີການເຮັດວຽກ, ເຮັດວຽກເປັນໝູ່ຄະນະ, ເປັນແບບຢ່າງໃຫ້ມະຫາຊົນ, ເຮັດວຽກງານໃຫ້ຖືກຕ້ອງລະບຽບຫຼັກການ, ຖືກຕ້ອງຕາມເຕັກນິກວິຊາການ, ການສັບຊ້ອນພະນັກງານໃຫ້ເໝາະສົມກັບຕຳແໜ່ງງານ ແລະ ຖືກຕ້ອງຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ, ເຮັດວຽກງານໃຫ້ສອດຄ່ອງ ແລະ ມີຄວາມສຳເລັດຕາມແຜນການທີ່ວາງໄວ້ ແລະ ສົ່ງເສີມການປູກ-ການລ້ຽງ ຜະລິດຫຼາຍໃຫ້ກາຍເປັນສິນຄ້າ ຜະລິດເປັນຈຸດສຸມ ແນໃສ່ຕອບສະໜອງໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງທ້ອງຕະຫຼາດ ເພື່ອເປັນການສ້າງລາຍຮັບໃຫ້ປະຊາຊົນ ໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ.

ພາບ-ຂ່າວ: ຄຳພະແກ້ວ ອິນທະວົງ