Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ທະນາຄານພັດທະນາລາວ

ໃນຕອນເຊົ້າຂອງວັນທີ 16 ພະຈິກ 2022 ທີ່ຜ່ານມາຢູ່ທີ່ສະໂມສອນໂຮງຮຽນຊົນລະປະທານ ຊັ້ນສູງ ທ່າງ່ອນ ໄດ້ຈັດກອງປະຊຸມຂຶ້ນຈຸດປະສົງ ເພື່ອຮັບຟັງການນຳສະເໜີຜະລິດຕະພັນ ແລະ ການ ບໍລິການຂອງທະນາຄານພັດທະນາລາວທີ່ສ້າງຕັ້ງມາໃໝ່ວ່າງບໍ່ດົນມານີ້ເຊີ່ງໃຫ້ກຽດເປັນປະທານຮ່ວມ ແມ່ນ ທ່ານ ສຸລະສິດ ພິລາກຸນ ຮອງອຳນວຍການໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ແລະ ທ່ານ ນາງ ແຕ໋ງຄໍາ ພົມມະຈັນ ຮອງອໍານວຍການ ຝ່າຍບໍລິການຂອງທະນາຄານພັດທະນາລາວ ເຂົ້າຮ່ວມ ເຊີ່ງມີບັນດາທີມງານຂອງທີ່ມາຈາກພາກສ່ວນທະນາຄານ, ຄະນະອຳນວຍການໂຮງຮຽນ, ຫົວໜ້າຫ້ອງ ການ, ຫົວໜ້າຄະນະວິຊາ, ພະນັກງານຄູອາຈານ ແລະ ອ້າຍນ້ອງນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ ໃນພິທີດັ່ງກ່າວທາງທະນາຄານພັດທະນາລາວໄດ້ນໍາສະ ເໜີຈຸດປະສົງ ແລະ ຂັ້ນຕອນຂອງການເຂົ້າເປັນສະມາຊິກໃນການຝາກເງີນ, ການກູ້ຢືມເງີນ, ການຊຳ ລະດອກເບ້ຍ ແລະ ການເຮັດບັດ ATM ຂອງທະນາຄານຢ່າງລະອຽດ, ມີບັນດາພະນັກງານຄູອາຈານ ແລະອ້າຍນ້ອງນັກສຶກສາຫຼາຍຄົນທີ່ສົນໃຈກ່ຽວກັບເລື່ອງນະໂຍບາຍຕ່າງໆຂອງທະນາຄານທີ່ໄດ້ລະບຸ ມາເຊິ່ງເຮັດໃຫ້ຫ້ອງປະຊຸມມີບັນຍາກາດເຕັມໄປດ້ວຍຄວາມເປັນກັນເອງລະຫວ່າງພະນັກງານ ທະນາຄານ ແລະ ອ້າຍນ້ອງນັກສຶກສາ ພາບຂ່າວ: ຈິດວິໄລ