Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ການຝຶກອົບຮົມການຜະລິດຍູກວາດຈາກດອກແຂມ ໃຫ້ພະນັກງານຄູອາຈານ ແລະ ນັກສຶກສາ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

ໃນລະຫວ່າງວັນທີ 28-30 ເມສາ 2023 ນີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດການຝຶກອົບຮົມການຜະລິດຍູກວາດຈາກດອກແຂມ ໂດຍການເປັນປະທານຂອງ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລ, ມີພະນັກງານຄູອາຈານ ແລະ ນັກສຶກສາ ປີທີ 1 ແລະ ປີທີ 2 ໂດຍມີທັງໝົດ 53 ຄົນ ພ້ອມດ້ວຍຊາວກະສິກອນບ້ານອ້ອມຂ້າງເຂົ້າຮ່ວມ.

ໃນພິທີ ທ່ານ ອຸໄທ ສຸກຂີ ໄດ້ມີຄໍາເຫັນກ່າວເປີດພິທີວ່າ ແຂມເປັນເຄື່ອງປ່າດົງທີ່ສຳຄັນຊະນິດໜຶ່ງໃນປະເທດລາວ ທີ່ເກີດຕາມທຳມະຊາດ ໂດຍທົ່ວໄປແລ້ວມັກເກີດໃນພື້ນທີ່ປ່າເລົ່າ 2-5 ປີ ແຕ່ໃນປະຈຸບັນໄດ້ມີຊາວກະສິກອນໄດ້ນໍາເອົາແຂມມາປູກເປັນສວນ ເພື່ອສະດວກໃນການເກັບກູ້ຜົນຜະລິດ, ເຊິ່ງຜົນປະໂຫຍດຂອງແຂມແມ່ນມີຫຼາຍຢ່າງ ໂດຍສະເພາະແມ່ນ ເປັນຜະລິດຕະພັນເຄື່ອງປ່າຂອງດົງ ທີ່ສາມາດສົ່ງອອກຂາຍທາງຕະຫຼາດ, ການແປຮູບຜະລິດຕະພັນຈາກດອກແຂມ ໂດຍສະເພາະການເຮັດຢູກວາດ ແມ່ນເປັນການເພີ່ມມູນຄ່າຂອງຜະລິດຕະພັນຂັ້ນພື້ນຖານທີ່ຊາວກະສິກອນສາມາດປະຕິບັດໄດ້. ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຮຽນຮູ້ຂັ້ນຕອນ ແລະ ສ້າງທັກສະໃນການເຮັດຍູກວາດຈາກດອກແຂມ ໃຫ້ແກ່ນັກສຶກສາ ເພື່ອເປັນຊ່ອງທາງໜຶ່ງໃນການຍົກລາຄາດອກແຂມໃຫ້ສູງຂຶ້ນ ເພື່ອເປັນການເພີ່ມອາຊີບເສີມ ແລະ ສ້າງລາຍຮັບໃຫ້ແກ່ນັກສຶກສາພາຍຫຼັງທີ່ຮຽນຈົບ. ການຝຶກອົບຮົມໃນຄັ້ງນີ້ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກໂຄງການຊ່ວຍເຫຼືອຂະໜາດນ້ອຍຂອງປະເທດ ອົດສະຕາລີ. ພາຍຫຼັງສໍາເລັດການຝຶກອົບຮົມແລ້ວກໍໄດ້ມີການມອບ-ຮັບໃບຢັ້ງຢືນໃຫ້ແກ່ຜູ້ທີ່ຜ່ານການຝຶກອົບຮົມຕື່ມອີກ.

ຂ່າວ: ສີສະຫວາດ ພັນທຸວົງ