Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າເປົ້າໝາຍຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ

ໃນວັນທີ 29-30 ມີນາ 2023 ນີ້ ຢູ່ທີ່ຫ້ອງປະຊຸມ ຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດພິທີຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍຂະຫຍາຍເຂົ້າເປັນ ສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ I ປະຈຳປີ 2023 ໃຫ້ກຽວດເປັນເປັນປະທານໂດຍ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ສະຫາຍ ປອ. ອຸໄທ ສຸກຂີ ເລຂາຄະນະພັກຮາກຖານ ຮັກສາການອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີວິທະຍາກອນ ແລະ ສຳມະນາກອນມາຈາກ ຄະນະພັກຮາກຖານ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ໜ່ວຍພັກໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງພະບາງ, ຄະນະພັກຮາກຖານ ວິທະຍາໄລເຕັກນິກ-ວິຊາຊີບ ຫຼວງພະບາງ, ຄະນະພັກຮາກຖານ ມະຫາວິທະຍາໄລ ສຸພານຸວົງ, ຄະນະພັກຮາຖານວິທະຍາໄລຄູ ຫຼວງພະບາງ, ຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງຫຼວງພະບາງ ລວມທັງໝົດ 19 ສະຫາຍ (ຍິງ 07) ເຂົ້າຮ່ວມ. ສຳລັບບົດຮຽນທີ່ອົບຮົມໃນຄັ້ງນີ້ ໄດ້ມີ 13 ຄໍາຖາມ 13 ຄໍາຕອບ, ເຊິ່ງການຝຶກອົບຮົມຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງ ພັກປະຊາຊົນ ປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລະ ຜົນປະໂຫຍດຂອງສະມາຊິກພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈເລິກຕື່ມ ກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນ ພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ. ໂອກາດດັ່ງກ່າວ ສະຫາຍ ທອງຈັນ ພົມມະລັດ ຮອງເລຂາໜ່ວຍພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ມອບມະຕິຕົກລົງ ພ້ອມທັງມີຄໍາເຫັນໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າ ພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເຂົ້າຮ່ຳຮຽນເອກະສານໃນຄັ້ງນີ້; ຈົ່ງນຳເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ມີຜົນສຳເລັດເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ໜ້າ.

ຂ່າວ: ສີສະຫວາດ ພັນທຸວົ