Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຈັດຝຶກອົບຮົມວຽກງານກວດສອບ ອົງການຈັດຕັ້ງລັດ

ໃນລະຫວ່າງວັນທີ 22-26 ພຶດສະພາ 2023 ກົມກວດກາ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມ ວຽກງານກວດສອບອົງການຈັດຕັ້ງລັດ ໂດຍສົມທົບກັນລະຫວ່າງສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມວຽກງານກວດສອບ, ອົງການກວດກສອບແຫ່ງລັດ ແລະ ກົມກວດກາ, ກະຊວງກະສິກຳ ແລະ ປ່າໄມ້, ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ພວງເພັດ ປູ່ວັງ ຄະນະປະຈໍາພັກກະຊວງ, ປະທານຄະນະກວດກາ, ຫົວໜ້າກົມກວດກາ, ມີຜູ້ເຂົ້າຮ່ວມຈາກຫ້ອງການກະຊວງ, ບັນດາກົມ, ສະຖາບັນ, ສູນ, ກອງທຶນ ແລະ ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ທັງໝົດຈໍານວນ 51 ທ່ານ, ຍິງ 23 ທ່ານ. ຈຸດປະສົງ ຂອງການຝຶກອົບຮົມໃນເທື່ອນີ້ແມ່ນ ເພື່ອເຮັດໃຫ້ພະນັກງານຜູ້ຮັບຜິດຊອບວຽກງານກວດກາ, ກວດສອບກຳໄດ້ບົດຮຽນ, ເຕັກນິກ ແລະ ການສ້າງແຜນດຳເນີນການກວດສອບພາຍໃນຂອງຕົນເອງ ແລະ ພະນັກງານບັນຊີການເງິນ ໃຫ້ກຳໄດ້ຫຼັກການ, ວິທີການ, ຂັ້ນຕອນໃນການຄຸ້ມຄອງ ແລະ ສະຫຼຸບການໃຊ້ຈ່າຍງົບປະມານໂດຍສະເພາະ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງວຽກງານກວດສອບ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິຜົນ. ການຝຶກອົບຮົມໃນຄັ້ງນີ້ ພາກທິດສະດີມີ 2 ຫົວຂໍ້ ຄື: ຫົວຂໍ້ທີ 1 ແມ່ນການກວດສອບລະບົບການຄວບຄຸມພາຍໃນ ແລະ ຫົວຂໍ້ທີ 2 ແມ່ນການກວດສອບວຽກງານການເງິນ, ນອກຈາກຮັບຮູ້ທາງດ້ານທິດສະດີແລ້ວ ບັນດາຄູ, ອາຈານ ແລະ ນັກຝຶກອົບຮົມກໍໄດ້ແລກປ່ຽນຖອດຖອນບົດຮຽນ ແລະ ປະສົບການຕົວຈິງທີ່ໄດ້ພົບເຫັນໃນເວລາລົງເຄື່ອນໄຫວວຽກງານກວດສອບ ຢູ່ບັນດາກົມອ້ອມຂ້າງກະຊວງດ້ວຍບັນຍາກາດຟົດຟື້ນ ແລະ ເປັນກັນເອງ. ພາຍຫຼັງສຳເລັດການຝຶກອົບຮົມ, ໂດຍອິງຕາມການປະເມີນຂອງຄູນ, ອາຈາກ ແລະ ນັກຝຶກອົບຮົມສາມາດຕີລາຄາຄວາມຮັບຮູ້ໄດ້ 90% ແລະ ບັນດານັກຝຶກອົບຮົມໄດ້ຮັບໃບຢັ້ງຢືນການຝຶກອົບຮົມຈໍານວນ 51 ທ່ານ, ຍິງ 23 ທ່ານ.
ຂ່າວໂດຍ: ທິດດາວັນ ອິນທະພອນ (ກົມກວດກາ)