Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກົງສູນໃຫຍ່ ສປ ຈີນ ປະຈຳແຂວງຫຼວງພະບາງ ມອບທຶນການສຶກສາໃຫ້ແກ່ນັກສຶກສາ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

ໃນຕອນເຊົ້າຂອງ ວັນທີ 28 ເມສາ 2023 ນີ້ ຢູ່ທີ່ ຫ້ອງປະຊຸມຂອງ ວິິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີມອບ-ຮັບທຶນການສຶກສາໃຫ້ແກ່ຜູ້ທຸກຍາກ ແລະ ດ້ອຍໂອກາດ ໃຫ້ນັກສຶກສາວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໂດຍການເຂົ້າຮ່ວມຂອງ ທ່ານ ຕ່ຽວມິງ ຮັກສາການຫົວໜ້າກົງສູນໃຫຍ່ ສາທາລະນະລັດ ປະຊາຊົນຈີນ ປະຈຳ ແຂວງຫຼວງພະບາງ, ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີພະນັກງານຄູ-ອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ປອ. ອຸໄທ ສຸກຂີ ໄດ້ຂຶ້ນລາຍງານການມອບທຶນການສຶກສາໃນຄັ້ງຜ່ານມາ, ເຊິ່ງໃນໄລຍະຜ່ານມາ ກົງສູນໃຫຍ່ ສປ ຈີນ ປະຈໍາແຂວງຫຼວງພະບາງ ກໍ່ໄດ້ມີການຊ່ວຍເຫຼືອສະໜັບສະໜູນທຶນໃຫ້ແກ່ນັກສຶກສາວິທະຍາໄລ 8 ຄັ້ງຕິດຕໍ່ກັນ. ນອກນັ້ນ ຍັງໄດ້ສະໜັບສະໜູນທຶນໃນການກໍ່ສ້າງພື້ນຖານໂຄງລ່າງ, ທຶນແລກປ່ຽນບົດຮຽນໃຫ້ແກ່ພະນັກງານຄູອາຈານ ແລະ ອື່ນໆອີກ. ທ່ານ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໃຫ້ທຶນ ສືບຕໍ່ການສະໜັບສະໜູນທຶນໃຫ້ແກ່ນັກສຶກສາຂອງວິທະຍາໄລໃນຄັ້ງຕໍ່ໆໄປ.

ຈາກນັ້ນ ພິທີກໍໄດ້ຈັດການມອບ-ຮັບທຶນຢ່າງເປັນທາງການ, ໂອກາດດັ່ງກ່າວ ທ່ານ ຕ່ຽວມິງ ໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ໄດ້ຮັບທຶນໃນຄັ້ງນີ້ ຈົ່ງນໍາເອົາທຶນທີ່ໄດ້ມາໄປໝູນໃຊ້ໃນການສຶກສາຮໍ່າຮຽນ ກໍຄືຈ່າຍຄ່າລົງທະບຽນ, ຊື້ອຸປະກອນການຮຽນ ແລະ ອື່ນໆທີ່ຈໍາເປັນ ພ້ອມໃຫ້ຕັ້ງໃຈສຶກສາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຈະນໍາເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍ ແລະ ໄປພັດທະນາໃນທ້ອງຖິ່ນຂອງຕົນໃຫ້ຈະເລີນຂຶ້ນເລື້ອຍໆ. ທຶນທີ່ມອບໃນຄັ້ງນີ້ ມີຈໍານວນ 15 ທຶນ, ລວມມູນຄ່າທັງໝົດ 17,440.59 ໂດລາສະຫະລັດ ຫຼື 298,147,000 ກີບ, ໃນໂອກາດດັ່ງກ່າວຜູ້ເຂົ້າຮ່ວມຍັງໄດ້ລົງຢ້ຽມຢາມຫ້ອງການ, ຫ້ອງຮຽນ ແລະ ຫໍພັກຂອງວິທະຍາໄລຕື່ມອີກ.

ຂ່າວ: ສີສະຫວາດ ພັນທຸວົງ