Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບການຍ້ອງຍໍ ຜົນງານ 5 ປີ (2016-2020) ແລະ ຜົນງານປີ 2021 ຂອງພະນັກງານລັດຖະກອນ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

ໃນວັນທີ 31 ມີນາ 2023 ນີ້ ຢູ່ທີ່ ຫ້ອງປະຊຸມຂອງ ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີມອບ-ຮັບການຍ້ອງຍໍ ຜົນງານ 5 ປີ (2016-2020) ແລະ ຜົນງານປີ 2021 ຂອງພະນັກງານລັດຖະກອນ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປະລິນຍາເອກ ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າຄະນະວິຊາ, ພະນັກງານບໍານານ ພ້ອມດ້ວຍພະນັກງານລັດຖະກອນພາຍໃນວິທະຍາໄລເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຈັນ ເລັ່ງສະຫວັດ ຫົວໜ້າຫ້ອງການບໍລິຫານ ແລະ ແຜນການ ໄດ້ຕາງໜ້າໃຫ້ຄະນະຈັດຕັ້ງ ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 140/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານ, ດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 349/ນຍ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນດີເດັ່ນ ທີ່ມີຜົນງານໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ ເຂົ້າໃນບັ້ນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຕະຫຼອດໄລຍະ 5 ປີຜ່ານມາ (2016-2020), ເຊິ່ງປະກອບມີ ຫຼຽນໄຊແຮງງານ ຊັ້ນ I ມີ 5 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ມີ 7 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ມີ 6 ທ່ານ, ຫຼຽນກາແຮງງານ ມີ 9 ທ່ານ, ໃບຍ້ອງຍໍຂັ້ນລັດຖະບານ ມີ 34 ທ່ານ, ໃບຍ້ອງຍໍຂັ້ນກະຊວງກະສິກໍາ ແລະ ປ່າໄມ້ ມີ 20 ທ່ານ, ໃບຊົມເຊີຍຂັ້ນກະຊວງ ມີ 6 ທ່ານ, ນອກນີ້ຍັງໄດ້ມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຜົນງານປະຈໍາປີ 2021 ໃຫ້ແກ່ຜູ້ທີ່ຜົນງານໃນການປະຕິບັດຂໍ້ແຂ່ງຂັນ 3 ເນື້ອໃນ 4 ຄາດໝາຍ ພາຍໃຕ້ຄໍາຂວັນ ຕັ້ງໜ້າພັດທະນາຫຼັກສູດ ການຮຽນ-ການສອນ, ສອນດີ-ສອນເກັ່ງ, ຮຽນດີຮຽນເກັ່ງ ແລະ ມີວິໄນ, ເຊິ່ງປະກອບມີ ໃບຍ້ອງຍໍຂັ້ນກະຊວງ ມີ 37 ທ່ານ, ໃບຊົມເຊີຍຂັ້ນກະຊວງ ມີ 47 ທ່ານ, ຈາກນັ້ນ ພິທີກໍໄດ້ຈັດມອບໃຫ້ແຕ່ລະບຸກຄົນຢ່າງສົມກຽດ. ໂອກາດນີ້ ທ່ານ ປະລິນຍາເອກ ອຸໄທ ສຸກຂີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄົງຄ້າງໃຫ້ສໍາເລັດຕາມຄາດໝາຍທີ່ກຳນົດໄວ້.

ຂ່າວ ສີສະຫວາດ ພັນທຸວົງ ນັກຂ່າວວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ