Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີຮັບສະມາຊິກພັກສົມບູນ

ໃນຕອນບ່າຍຂອງວັນທີ 28 ທັນວາ 2022 ເວລາ 13:30 ທີ່ສະໂມສອນໂຮງຮຽນຊົນລະປະທານ ຊັ້ນສູງທ່າງ່ອນ, ໜ່ວຍພັກໂຮງຮຽນຊົນລະປະທານທ່າງ່ອນໄດ້ຈັດກອງປະຊຸມເລື່ອນສະມາຊິກພັກສຳຮອງ 02 ສະຫາຍ ຂຶ້ນເປັນສະມາຊິກພັກສົມບູນເຊີ່ງໃຫ້ກຽດເປັນປະທານກອງປະຊຸມຄັ້ງນີ້ໂດຍ ສະຫາຍ ອານຸສອນ ຄູນສົມບັດ ຄະນະພັກຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ມີບັນດາສະມາຊິກພັກສົມບູນພາຍໃນເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 08 ສະຫາຍ, ໃນພິທີດັ່ງກ່າວ ປະທານກອງປະຊຸມຍັງໄດ້ໃຫ້ທິດຊີ້ນຳ ສະຫາຍສະມາຊິກພັກໃໝ່ ໃຫ້ມີຄວາມຕັ້ງໜ້າຝຶກຟົນຫຼໍ່ຫຼອມຕົນເອງ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນພາຍໃນໂຮງຮຽນ, ໃນພິທີດັ່ງກ່າວ ໜ່ວຍພັກໂຮງຮຽນໄດ້ຮ່ວມກັບສາມອົງການຈັດຕັ້ງມະຫາຊົນແລະພະນັກງານທັງ ໝົດໄດ້ມອບເງີນນະໂຍບາຍໃຫ້ແກ່ ສະມາຊິກພັກທີ່ມີຄວາມເຈັບເປັນ ອີກດ້ວຍ.

ພາບຂ່າວ: ຈິດວິໄລ ຍົດສົມບັດ