Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີປະກາດການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຄະນະວິຊາທີີ່ຂຶ້ນກັບ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ

ໃນຕອນເຊົ້າ ຂອງວັນທີ 5 ມັງກອນ 2023 ນີ້ ຢູ່ທີ່ ຫ້ອງປະຊຸມຂອງວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີ ພິທີມອບ-ຮັບໜ້າທີ່ຕຳແໜ່ງ ໃຫ້ແກ່ພະນັກງານ-ຄູອາຈານວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໂດຍການເປັນປະທານ ຂອງ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ມີບັນດາຄະອໍານວຍການ, ຫົວໜ້າ-ຮອງ ຫ້ອງການ, ຫົວໜ້າ-ຮອງຫົວໜ້າຄະຍະວິຊາ ພ້ອມດ້ວຍ ພະນັກງານ-ຄູອາຈານ ພາຍໃນວິທະຍາໄລເຂົ້າຮ່ວມ.

ໃນພິທີ ທ່ານ ບຸນຈັນ ເລັ່ງສະຫວັດ ຫົວໜ້າຫ້ອງການບໍລິຫານ ແລະ ແຜນການ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 4576/ກປ, ລົງວັນທີ 15 ພະຈິກ 2022, ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າ ຄະນະວິຊາທີ່ຂຶ້ນກັບ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງລາຍລະອຽດມີດັ່ງນີ້:

1. ແຕ່ງຕັ້ງ ທ່ານ ເກດສະລິນ ສິດທິໄຊ ເປັນຫົວໜ້າ ຄະນະວິຊາປະມົງ

2. ແຕ່ງຕັ້ງ ທ່ານ ປທ. ອາລຸນໄຊ ປະສິດທິ ເປັນຮອງຫົວໜ້າ ຄະນະວິຊາປະມົງ

3. ແຕ່ງຕັ້ງ ທ່ານ ປທ. ບຸນທຽມ ບົວສະຫວັນ ເປັນຮອງຫົວໜ້າ ຄະນະວິຊາປະມົງ

4. ແຕ່ງຕັ້ງ ທ່ານ ປທ. ຄຳພັນ ປັນຍາ ເປັນຮອງຫົວໜ້າ ຄະນະວິຊາລ້ຽງສັດ

5. ແຕ່ງຕັ້ງ ທ່ານ ປທ. ນູ ຢ່າງ ເປັນຮອງຫົວໜ້າຄະນະວິຊາປູກຝັງ.

ໃນໂອກາດດັ່ງກ່າວຄະນະອຳນວຍການວິທະຍາໄລ ໄດ້ກ່າວອວຍພອນປີໃໝ່ ແລະ ປະກອບຄຳຄິດ-ຄຳເຫັນໃນການຈັດຕັ້ງປະຕິບັດແຜນພັດທະນາວິທະຍາໄລ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ, ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ, ວຽກງານການພັດທະນາຫຼັກສູດ ການຮຽນ-ການສອນ, ວຽກງານການຄົ້ນຄວ້າທົດລອງ, ການຍົກລະດັບຂອງພະນັກງານຄູອາຈານ, ການສ້າງນັກວິຊາການທີ່ເດັ່ນຮັບໃຊ້ສູ່ສັງຄົມໃຫ້ແກ່ພະນັກງານ ຕື່ມອີກ.

ພາບ: ສີສະຫວາດ ພັນທຸວົງ, ໄຊຍະກອນ ປັນຍາ