Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫຼຸບວຽກງານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ

ກອງປະຊຸມສະຫຼຸບວຽກງານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ 2021

ກອງປະຊຸມສະຫຼຸບວຽກງານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ 2021, ປາຖະກະຖາວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ (01 ກຸມພາ 1956 - 01 ກຸມພາ 2022) ແລະ ວັນກຳມະກອນສາກົນ ຄົບຮອບ 136 ປີ (01 ພຶດສະພາ 1886 - 01 ພຶດສະພາ 2022)

ໃນວັນທີ 29 ເມສາ 2022 ນີ້, ກຳມະບານກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບວຽກງານກຳມະບານກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ເຊື່ອມໂຍງກັບປະຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ແລະ ວັນກຳມະກອນສາກົນສາກົນຄົບຮອບ 136 ປີ ຂຶ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ; ທ່ານ ກິແກ້ວ ສິງນາວົງ ຄະນະປະຈຳພັກກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ຊຶ່ງມີສະມາຊິກກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 169 ຄົນ, ຍິງ 47 ຄົນ.

ຈຸດປະສົງເພື່ອ ເປັນການຈັດຕັ້ງກອງປະຊຸມສະຫຼຸບວຽກງານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022; ເພື່ອໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກຳມະບານ ທົ່ວກະຊວງກະສິ ກຳ ແລະ ປ່າໄມ້ ໃຫ້ຮັບຮູ້, ເຂົ້າໃຈ ກ່ຽວກັບມູນເຊື້ອປະຫວັດສາດຄວາມເປັນມາຂອງກຳມະກອນສາກົນ, ການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກຳມະກອນສາກົນ ຕິດພັນກັບການການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະ ກອນລາວ, ຜົນງານການປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງຊົນຊັ້ນກຳມະກອນລາວ ; ເພື່ອເປັນການເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ລັກສະນະດີເລີດຂອງຊົນຊັ້ນກຳມະກອນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອແນໃສ່ປຸກລະດົມ ສ້າງຈິດສຳນຶກໃຫ້ແກ່ສະມາຊິກກຳມະບານ ໃຫ້ມີຄວາມບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານ ແລະ ເພື່ອເປັນການປຸກລະດົມສ້າງຂະບວນການ ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນ ‘ຮັກຊາດ ແລະ ພັດທະນາ’ ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.

ໃນທີ່ປະຊຸມໄດ້ຮັບຟັງ : ການຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ກຳມະບານກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ; ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ; ເລົ່າມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ. ນອກຈາກນີ້ , ໄດ້ມີການມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້ ປະຈຳປີ 2021; ມອບໃບຢັ້ງຢືນ 5 ເປັນເຈົ້າ ແລະ ໃບຊົມເຊີຍ ໃຫ້ກຳມະບານຮາກຖານ, ໜ່ວຍຮາກຖານ ແລະ ຈັບມືປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ.

ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ