Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີປະກາດການແຕ່ງຕັ້ງຂອງວິທະຍາໄລກະສິກຳ ແລະ ປ່າໄມ້ຈຳປາສັກ

ໃນຕອນບ່າຍວັນທີ 28 ພະຈິກ 2022 ທີ່ຜ່າມານີ້ ທີ່ສະໂມສອນວິທະຍາໄລ ກະສິກຳ ແລະ ປ່າໄມ້ ຈຳປາສັກໄດ້ຈັດພິທີປະກາດການການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຄະນະພາກວິຊາ ແລະ ສູນ ທີ່ຂື້ນກັບ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ຈຳປາສັກ ໂດຍການເປັນທານຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ອຳນວຍການຄະນະອຳນວຍການ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຄະນະພາກວິຊາ ພະນັກງານວິຊາການຂອງວິທະຍາໄລເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສົມສະເໝີ ດວງດາວົງ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນອ່ານຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 4575/ກປ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຄະນະພາກວິຊາ ແລະ ສູນ ທີ່ຂື້ນກັບ ວິທະຍາໄລ ກະສິກຳ ແລະ ປ່າໄມ້ ຈຳປາສັກ, ລາຍລະອຽດດັ່ງລຸ່ມນີ້:

1. ທ່ານ ນາງ ເພັດ ສີລາ ສຸວັນນະພາສີ ເປັນຮອງຫົວໜ້າຫ້ອງການ ພັດທະນາວິຊາການ (ຕຳແໜ່ງບໍລິຫານປະເພດ 6)

2. ທ່ານ ນາງ ທິບພາພອນ ດວງມາລາ ເປັນຮອງຫົວໜ້າຫ້ອງການກິດຈະການສຶກສາ (ຕຳແໜ່ງບໍລິຫານປະເພດ 6)

3. ທ່ານ ນາງ ວຽງໄຊ ສົມບູນຂັນ ເປັນຮອງຫົວໜ້າຄະນະພາກວິຊາປູກຝັງ (ຕຳແໜ່ງບໍລິຫານປະເພດ 6)

4. ທ່ານ ນາງທອງດາໄລ ແສນມະນີໄຊ ເປັນຫົວໜ້າຄະນະພາກວິຊາປະມົງ (ຕຳແໜ່ງບໍລິຫານປະເພດ5)

5. ທ່ານ ນາງ ມະນີສອນ ໄຊສົງຄາມ ເປັນຫົວໜ້າສູນຄົ້ນຄວ້າ ແລະ ຜະລິດກະສິກຳ (ຕຳແໜ່ງບໍລິຫານປະເພດ5)

6. ທ່ານ ສີລັນ ແສນທະວີ ເປັນຮອງຫົວໜ້າສູນຄົ້ນຄວ້າ ແລະ ຜະລິດກະສິກຳ (ຕຳແໜ່ງບໍລິຫານປະເພດ6)

ຂ່າວ: ທີມຂ່າວສານ ວກປຈ