Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ສໍາເລັດການປັບປຸງການຈັດຕັ້ງ

ໃນຕອນເຊົ້າ ຂອງວັນທີ 02 ກັນຍາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດຕັ້ງພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ອຳນວຍການວິທະຍາໄລຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມດ້ວຍປະກາດການຈັດຕັ້ງ ພາຍໃຕ້ການເປັນປະທານໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີຜູ້ຕາງໜ້າຈາກຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ຜູ້ຕາງໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ຜູ້ຕາງໜ້າສະຖາບັນການສຶກສາ, ຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນອ້ອມຂ້າງວິທະຍາໄລ, ຄະນະອໍານວຍການ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຫົວໜ້າ ແລະ ຮອງຫົວໜ້າຄະນະວິຊາ ພ້ອມດ້ວຍພະນັກງານວິຊາການ-ຄູອາຈານເຂົ້າຮ່ວມ.

ທ່ານ ນາງ ຄໍາພິລາວັນ ອິນທະສອນ ຫົວໜ້າພະແນກນະໂຍບາຍ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ອອກພັກການ-ຮັບເບັ້ຍບໍານານ ແລະ ທ່ານ ສົມສະເໝີ ດວງດາວົງ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮັກສາການອໍານວຍການ ແລະ ຮອງອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ຫົວໜ້າ ແລະ ຮອງຫົວໜ້າຄະນະວິຊາ ເຊິ່ງລາຍລະອຽດມີດັ່ງນີ້:

- ແຕ່ງຕັ້ງ ທ່ານ ປອ. ອຸໄທ ສຸກຂີ ຮອງອໍານວຍການວິທະຍາໄລ ເປັນ ຮັກສາການອໍານວຍການ
- ແຕ່ງຕັ້ງ ທ່ານ ທອງເພັດ ຈິດຕະບຸບຜາ ຫົວໜ້າຄະນະວິຊາປູກຝັງ ເປັນ ຮອງອໍານວຍການ
- ແຕ່ງຕັ້ງ ທ່ານ ປອ. ໄຊຄໍາ ສຸກສະນິດ ຫົວໜ້າຄະນະວິຊາປະມົງ ເປັນ ຮອງອໍານວຍການ
- ແຕ່ງຕັ້ງ ທ່ານ ນວນທອງ ອິນທະລີ ເປັນຫົວໜ້າຫ້ອງການພັດທະນາວິຊາການ
- ແຕ່ງຕັ້ງ ທ່ານ ພູທອນ ຈັນທະວົງສາ ເປັນຫົວໜ້າຄະນະວິຊາປູກຝັງ
- ແຕ່ງຕັ້ງ ທ່ານ ນາງ ຈັນທະພອນ ພົງດາລາ ເປັນຮອງຫົວໜ້າຫ້ອງການພັດທະນາວິຊາການ
- ແຕ່ງຕັ້ງ ທ່ານ ປອ. ນາງ ຈັນມະນີ ສຸພັນນະວົງ ເປັນຮອງຫົວໜ້າຫ້ອງການພັດທະນາວິຊາການ

ທ່ານ ປທ. ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ ໄດ້ຂຶ້ນຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາວິທະຍາໄລໃນໄລຍະ 6 ປີຜ່ານມາ (2016-2021) ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ ເຊິ່ງທ່ານໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນວຽກງານການຂະຫຍາຍໜ່ວຍພັກເຂັມແຂງ-ໜັກແໜ້ນ, ວຽກງານການພັດທະນາຫຼັກສູດ ການຮຽນ-ການສອນ, ວຽກງານການຄົ້ນຄວ້າທົດລອງ, ການຍົກລະດັບຄວາມຮູ້ຂອງພະນັກງານ-ຄູອາຈານ, ການສ້າງນັກວິຊາການທີ່ເດັ່ນຮັບໃຊ້ສູ່ສັງຄົມ, ການຂະຫຍາຍພື້ນຖານໂຄງລ່າງພາຍໃນວິທະຍາໄລ ແລະ ວຽກງານນອກຫຼັກສູດອື່ນໆອີກ. ພາຍຫຼັງສໍາເລັດການລາຍງານ ກໍ່ໄດ້ລົງນາມບົດບັນທຶກການ ມອບ-ຮັບ ໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລ ແລະ ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລ.

ຂ່າວ: ສີສະຫວາດ ພັນທຸວົງ