Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ນັກສຶກສາປີ 2 ສາຂາປະມົງ ໄດ້ຮັບທຶນການສຶກສາ

ວັນທີ 7 ມິຖຸນາ 2022 ຢູ່ທີ່ ຫ້ອງຮຽນຂອງ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ມີພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກສຶກສາ ປີທີ 2 ສາຂາວິິຊາປະມົງ ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ອຸໄທ ສຸກຂີ ຮອງອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ທ່ານ ປອ. ຂະຈອນກຽດ ສີນວນສົມ, ທ່ານ ປອ. ໄຊຄໍາ ສຸກສະນິດ ຫົວໜ້າຄະນະວິຊາປະມົງ ພ້ອມດ້ວຍພະນັກງານຄູອາຈານ ແລະ ນັກສຶກສາຄະນະວິຊາປະມົງ ເຂົ້າຮ່ວມ. ທຶນທີ່ນໍາມາມອບໃນຄັ້ງນີ້ ເປັນທຶນສົມທົບສ່ວນຕົວຂອງອາຈານ ຈາກຄະນະເທັກໂນໂລຍີການປະມົງ ແລະ ຊັບພະຍາກອນທາງນໍ້າ ມະຫາວິທະຍາໄລແມ່ໂຈ້ (ປະເທດໄທ) ຊຶ່ງມີ: ທ່ານ ປອ. ຂະຈອນກຽດ ສີນວນສົມ, ທ່ານ ອາລັນ ຊຽວເລີ, ທ່ານ ນາງ ກັນລະຍາ ຂັນທະວົງ, ດ້ວຍມູນຄ່າທັງໝົດ 5,090,000 ກີບ, ໂດຍມອບໃຫ້ນັກສຶກສາ ປີທີ 2 ສາຂາປະມົງ ຈໍານວນ 8 ຄົນ, ຍິງ 3 ຄົນ, ໂອກາດດັ່ງກ່າວ ທ່ານ ປອ. ອຸໄທ ສຸກຂີ ໄດ້ຕາງໜ້າຂຶ້ນມອບ ພ້ອມທັງກ່າວຄໍາຂອບໃຈ ນໍາຜູ້ທີ່ໃຫ້ທຶນແກ່ນັກສຶກສາໃນຄັ້ງນີ້ ພ້ອມທັງໃຫ້ຮຽກຮ້ອງໃຫ້ສືບຕໍ່ສະໜັບສະໜູນທຶນໃນຄັ້ງຕໍ່ໆໄປ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທີ່ໄດ້ຮັບທຶນ ນໍາໄປໝູນໃຊ້ໃຫ້ເກີດປະໂຫຍດ ເຊັ່ນ ເສຍຄ່າລົງທະບຽນຮຽນ ແລະ ຊື້ອຸປະກອນການຮຽນຕ່າງໆ, ນອກນັ້ນ ພິທີຍັງໄດ້ມີການຝຶກອົບຮົມຫົວຂໍ້ ການປະສົມພັນປາດຸກພັນ ແລະ ປາດຸກລັດເຊຍ ຕື່ມອີກ.
ພາບ-ຂ່າວ ສີສະຫວາດ ພັນທຸວົງ
ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ