Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປະກາດການຈັດຕັ້ງຄະນະພັກຮາກຖານກົມແຜນການ ແລະ ການຮ່ວມມື.

ໃນວັນທີ 21 ມິຖຸນາ 2022 ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຄະນະພັກຮາກຖານກົມ ໂດຍການເປັນປະທານຂອງສະຫາຍ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມມີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຄະນະພັກຮາກຖານກົມແຜນການ ແລະ ການຮ່ວມມື, ເລຂາຮອງເລຂາຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານກົມ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງກົມແຜນການ ແລະ ການຮ່ວມມື ເຂົ້າຮ່ວມ 40 ກວ່າສະຫາຍ. ໃນທິພິຄັ້ງນີ້້ໄດ້ມີການອ່ານຜ່ານມະຕິຕົກລົງຂອງຄະນະປະຈໍາພັກກະຊວງ ກະສິກໍາ ແລະ ປ່າໄມ້ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຮອງເລຂາຄະນະພັກຮາກຖານກົມແຜນການ ແລະ ການຮ່ວມມືທີ່ຂື້ນກັບອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍສະຫາຍ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານຄື: 1. ແຕ່ງຕັ້ງ ສະຫາຍ ປອ. ທັດສະກາ ສະພັງທອງ ເປັນເລຂາຄະນະພັກຮາກຖານກົມແຜນການ ແລະ ການຮ່ວມມື, 2. ແຕ່ງຕັ້ງ ສະຫາຍ ປອ. ພົມມີ ອິນທິຈັກ ເປັນຮອງເລຂາຄະນະພັກຮາກຖານ, 3. ສະຫາຍ ປອ ບຸນເດດ ສຸດທະວິໄລ ເປັນຄະນະພັກຮາກຖານ. ຈາກນັ້ນຕອນທ້າຍກອງປະຊຸມສະຫາຍ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສະຫາຍຄະນະພັກຮາກຖານກົມແຜນການ ແລະ ການຮ່ວມມືທີ່ໄດ້ຮັບການປະກາດແຕ່ງຕັ້ງໃນຄັ້ງນີ້ໃຫ້ຮີບຮ້ອນສົມທົບກັບຄະນະເພື່ອແບ່ງປັນໜ້າທີ່ຄວາມຮັບຜິດຊອບໃຫ້ຈະແຈ້ງ ແລະ ສ້າງແຜນການເຮັດວຽກໃຫ້ສອດຄອງກັບສະພາບປັດຈຸບັນ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະ ກອນທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນໃຫ້ມີນໍ້າໃຈເສຍສະຫຼະເຫັນຜົນປະໂຫຍດສ່ວນລວມຫຼາຍກວ່າສ່ວນຕົວ, ມີສິນທໍາປະຕິວັດ, ສືບຕໍ່ເອົາໃຈ ໃສ່ໃນວຽກງານປັບປຸງຊັບຊ້ອນຕໍາແໜງງານ, ເອົາ ໃຈໃສ່ສ້າງພະນັກງານຢ່າງຕໍ່ເນື່ອງມີລັກສະນະສືບທອດ, ພ້ອມທັງເອົາໃຈໃສ່ວຽກງານວິຊາສະເພາະເປັນຕົ້ນວຽກແຜນການ, ວຽກຮ່ວມມືກັບສາກົນເປັນເສນາທິການໃຫ້ການນໍາກະຊວງໃນການຄຸ້ມຄອງໂຄງ ການ ແລະ ມີຄວາມສາມັກຄີທີ່ເປັນປຶກແຜ່ນເພື່ອພ້ອມກັນນໍາພາສະມາຊິກພັກພະນັກງານຫຼັກແຫຼ່ງຂອງຕົນຈັດຕັ້ງປະຕິບັດໜ້າທີ່ໃຫ້ມີຜົນສໍາເລັດໃໝ່ທີ່ໃຫຍ່ກວ່າເກົ່າ.