ຝຶກອົບຮົມ ການບັນທຶກຂໍ້ມູນການຈັດ ແລະ ການເຂົ້າຮ່ວມຝຶກອົບຮົມ, ສໍາມະນາ, ທັດສະນະສຶກສາ ຂອງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ແບບລະບົບອອນລາຍ
ໃນຕອນບ່າຍຂອງວັນທີ 21 ກຸມພາ 2025 ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດຝຶກອົບຮົມ ໃນຫົວຂໍ້ ການບັນທຶກຂໍ້ມູນການຈັດ ແລະ ການເຂົ້າຮ່ວມຝຶກອົບຮົມ, ສໍາມະນາ, ທັດສະນະສຶກສາ ຂອງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ແບບລະບົບອອນລາຍ ຂຶ້ນທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມທັງຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ.
ທ່ານ ບຸນທະວີ ໄຊຍະເພັດ ໄດ້ກ່າວໃນກອງປະຊຸມ ໃນໄລຍະຜ່ານມາ ການເກັບກຳສະຖິຕິຂໍ້ມູນກ່ຽວກັບການຝຶກອົບຮົມ ຍັງບໍ່ທັນເປັນລະບົບລວມສູນ, ແຕ່ລະພາກສ່ວນກໍໄດ້ເກັບກຳຂໍ້ມູນຂອງຕົນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັງລວມດ້ານສະຖິຕິ, ຊັກຊ້າບໍ່ທັນສະພາບການ, ເພື່ອແກ້ໄຂບັນຫາດັ່ງກ່າວ ກົມຈັດຕັ້ງ ແລະ ພະນັກງານຈຶ່ງໄດ້ອອກແບບ ແລະ ພັດທະນາລະບົບການຈັດເກັບຂໍ້ມູນການຈັດຝຶກອົບຮົມ ທີ່ການຈັດຕັ້ງໄດ້ຈັດຂຶ້ນແຕ່ລະໄລຍະ ພ້ອມນີ້ກໍມີລະບົບການຈັດເກັບປະຫວັດການເຂົ້າຮ່ວມຝຶກອົບຮົມ, ສຳມະນາ, ທັດສະນະສຶກສາ ຂອງບຸກຄົນພະນັກງານ-ລັດຖະກອອນ ໂດຍລວມເຂົ້າຢູ່ໃນລະບົບ ຄຸ້ມຄອງຂໍ້ມູນບຸກຄະລາກອນຂອງກະຊວງກະສິກຳ ແລະ ປ່າໄມ້ (HR+) ຊຶ່ງເປັນລະບົບລວມສູນອອນລາຍແບບ Real-time. ທ່ານ ຍັງໄດ້ເນັ້ນໜັກ ຮຽກຮ້ອງໃຫ້ຜູ້ນຳໃຊ້ຕົວຈິງ ເອົາໃຈໃສ່ໃນວຽກງານດັ່ງກ່າວ ໃຫ້ດຳເນີນການເກັບກຳ ແລະ ປ້ອນຂໍ້ມູນເຂົ້າໃນລະບົບ ປະຈຳວັນ ຢ່າງເປັນປົກກະຕິ-ຕໍ່ເນື່ອງ ພ້ອມທັງຮັບປະກັນຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ ໃນຕໍ່ໜ້າຈະຂະຫຍາຍການນຳໃຊ້ຢູ່ບັນດາພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ
ທ່ານ ບຸນເຫຼືອ ສີຫາລາດ ຫົວໜ້າພະແນກຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຂຶ້ນຜ່ານແຈ້ງການ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0857/ກປ ລົງວັນທີ 06 ກຸມພາ 2025 ກ່ຽວກັບການບັນທຶກຂໍ້ມູນການຈັດ ແລະ ການເຂົ້າຮ່ວມຝຶກອົບຮົມ ສໍາມະນາ ທັດສະນະສຶກສາ ຂອງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ແບບລະບົບອອນລາຍ ເພື່ອຈັດຕັ້ງແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດຂອງກະຊວງກະສິກໍາ ແລະ ປ່າໄມ້ ຕາມທິດຫັນເປັນທັນສະໄໝໃນວຽກງານຈັດຕັ້ງ ຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ສາມາດເກັບກໍາຂໍ້ມູນຮອບດ້ານຂອງພະນັກງານ-ລັດຖະກອນ ຂອງກະຊວງກະສິກໍາ ແລະ ປ່າໄມ້ ລວມສູນສາມາດຕິດຕາມ ແລະ ນໍາໃຊ້ໃນການຄຸ້ມຄອງ ການປະຕິບັດນະໂຍບາຍ ການພັດທະນາພະນັກງານ-ລັດຖະກອນໃຫ້ມີປະສິທິພາບ ພ້ອມທັງສາມາດສັງລວມ ສະພາບການກໍ່ສ້າງ ແລະ ພັດທະນາບຸກຄະນລາກອນແຕ່ໄລຍະໃຫ້ມີຄວາມວ່ອງໄວ ຖືກຕ້ອງ ແລະ ມີຄວາມຊັດເຈນ.
ທ່ານ ສົມສະເໝີ ດວງດາວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຜູ້ຊີ້ນໍາວຽກງານຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ນໍາພານັກສໍາມະນາກອນ ບັນທຶກຂໍ້ມູນການຈັດ ແລະ ການເຂົ້າຮ່ວມຝຶກອົບຮົມ, ສໍາມະນາ, ທັດສະນະສຶກສາ ຂອງການຈັດຕັ້ງ ແລະ ພະນັກງານ-ລັດຖະ ກອນ ແບບລະບົບອອນລາຍ ເຊິ່ງເຫັນໄດ້ວ່າ ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງງ່າຍ ເຊິ່ງລະບົບການບັນທຶກຂໍ້ມູນແບບອອນລາຍນີ້ ຖືກອອກແບບ ມາໃຫ້ມີຄວາມແທດເໝາະກັບຜູ້ນໍາໃຊ້ ບໍ່ມີຄວາມສັບຊ້ອນ ເຂົ້າໃຈງ່າຍ ສາມາດເຂົ້ານໍາໃຊ້ຜ່ານໂປຣແກຣມ Browser ຂອງຄອມພິວເຕີ້ ຫຼື ໂທລະສັບກໍ່ໄດ້.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ບຸນທະວີ ໄຊຍະເພັດ ຍັງໄດ້ຕອບຄໍາຖາມຂໍ້ຄົງຄ້າງ ແລະ ແຜນພັດທະນາໃນຕໍ່ໜ້າ ໃຫ້ນັກສໍາມະນາກອນຊາບ ດັ່ງນີ້:
1. ແຕ່ລະພາກສ່ວນຈະສາມາດສັງລວມຂໍ້ມູນການຝຶກອົບຮົມ ສໍາມະນາ ແລະ ທັດສະນະສຶກສາ ຂອງຕົນເອງໄດ້ 2. ການສະແດງຂໍ້ມູນການຝຶກອົບຮົມ ສໍາມະນາ ແລະ ທັດສະນະສຶກສາ ແມ່ນຈະສາມາດກໍານົດໃຫ້ລຽງຕາມຈຸດປະສົ່ງ ເຊັ່ນ ສະແດງຂໍ້ມູນຕາມລໍາດັບ ຈັດລຽງຂໍ້ມູນຕາມວັນເວລາ ຫຼື ຕາມຫົວຂໍ້ຝຶກອົບຮົມ 3. ໃນຕໍ່ໜ້າ ລະບົບດັ່ງກ່າວ ຈະຖືກພັດທະນາໃຫ້ເປັນແອັບພິເຄຊັ້ນສາມາດນໍາໃຊ້ໃນໂທລະສັບສະມາດໂຟນ.