Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາການຈັດຕັ້ງ-ບຸກຄະລາກອນ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປະກາດແຕ່ງຕັ້ງພະນັກງານ-ລັດຖະກອນຕໍາແໜ່ງຂັ້ນພະແນກ

ໃນຕອນບ່າຍຂອງວັນທີ 05 ມີນາ 2025 ກົມຈັດຕັ້ງ ແລະ ພະນັກງານໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນພະແນກຂຶ້ນ ທີ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມນີ້ກໍ່ມີຮອງຫົວໜ້າກົມ, ຫົວ ໜ້າພະແນກ, ຮອງຫົວໜ້າແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ

ທ່ານ ຄໍາພິລາວັນ ອິນທະສອນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1119/ກປ ລົງວັນທີ 05 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກ ທີ່ຂຶ້ນກັບກົມຈັດຕັ້ງ ແລະ ພະນັກງານ ເຊິ່ງມີລາຍລະອຽດດັ່ງນີ້:


1. ແຕ່ງຕັ້ງ ທ່ານ ນາງ ຂັນທະລີ ແກ້ວສຸດທິວົງ ເປັນຫົວໜ້າພະແນກບໍລິຫານ ຕໍາແໜ່ງບໍລິຫານປະເພດ 4

2. ແຕ່ງຕັ້ງ ທ່ານ ນາງ ພັນທຸລົມ ແສງສູນທອນ ເປັນຮອງຫົວໜ້າພະແນກບໍລິຫານ ຕໍາແໜ່ງບໍລິຫານປະເພດ 5

3. ແຕ່ງຕັ້ງ ທ່ານ ສະໝານ ວາດສະໜາ ເປັນຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ຕໍາແໜ່ງບໍລິຫານປະເພດ 4

ໃນຕອນທ້າຍຂອງພິທີ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ໂອ້ລົມຕໍ່ ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ສືບຕໍ່ພັດທະນາຕົນເອງ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ຕ້ອງເຕົ້າໂຮມຄວາມສາມັກຄີພາຍໃນ ພ້ອມທັງເປັນແບບຢ່າງຮອບດ້ານ



homescontents