Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ ແລະ ພະນັກງານ

ກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ດຳເນີນຂຶ້ນ ວັນທີ 31 ຕຸລາ 2024, ເວລາ 08:30 ໂມງ ດຳເນີນເປັນເວລາເຄິ່ງວັນ, ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ປອ. ນາງ ຈັນທະຄອນ ບົວລະພັນ ປະທານສະຫະພັນແມ່ຍິງກະຊວງ, ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ສະຫາຍ ນ. ອຸລາພອນ ພົງສະຫວັດ ຄະນະພັກຮາກຖານກົມ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ສະຫາຍ ນາງ ຂັນທະລີ ແກ້ວສຸດທິວົງ ຮັກສາການປະທານສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ ແລະ ພະນັກງານ. ມີຜູ້ແທນສົມບູນເຂົ້າຮ່ວມ ຈຳນວນ 16 ສະຫາຍ ແລະ ແຂກຖືກເຊີນ ທີ່ມາຈາກບັນດາສະຫະພັນແມ່ຍິງຮາກຖານອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ຕາງໜ້າຈາກອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ ອ້ອມຂ້າງກົມຈັດຕັ້ງ ແລະ ພະນັກງານ ຈຳນວນ 05 ສະຫາຍ ລວມທັງໝົດ 21 ສະຫາຍ

ກອງປະຊຸມໃຫຍ່ ຄັ້ງທີ III ໄດ້ລົງປະຊາມະຕິເຫັນດີເປັນເອກະພາບກັນຮັບຮອງເອົາບັນດາເນື້ອໃນສໍາຄັນດັ່ງລຸ່ມນີ້:

1. ກອງປະຊຸມໃຫຍ່ ຄັ້ງທີ III ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ນັບແຕ່ກອງປະຊຸມໃຫຍ່ຄັ້ງນີ້ ເຖິງກອງປະຊຸມໃຫຍ່ຄັ້ງຕໍ່ໄປ (2025-2029) ແລະ ບົດສຳຫຼວດການນຳພາລວມຂອງຄະນະສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ ແລະ ພະນັກງານຊຸດເກົ່າ, ຊຶ່ງໄດ້ຕີລາຄາຄືນວຽກງານການນຳພາ-ຊີ້ນຳ ດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດໃນໄລຍະ 5 ປີ (2020-2024) ຜ່ານມາ, ພ້ອມນີ້ ກອງປະຊຸມໃຫຍ່ຍັງເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້າ ນັບແຕ່ ປີ 2025-2029. 2. ສະມາຊິກແມ່ຍິງກົມຈັດຕັ້ງ ແລະ ພະນັກງານ ໄດ້ດຳເນີນການປ່ອນບັດເລືອກຕັ້ງ ເອົາຄະນະສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ ແລະ ພະນັກງານຊຸດໃໝ່ ຄື:

1) ສະຫາຍ ນ. ຂັນທະລີ ແກ້ວສຸດທິວົງ ເປັນປະທານ

2) ສະຫາຍ ນ. ຄອນສະຫວັນ ມະນີວັນ ເປັນຮອງປະທານ, ປະທານກວດກາ

3) ສະຫາຍ ນ. ວະນິດາ ວົງຫາຈັກ ເປັນຄະນະ

4) ສະຫາຍ ນ. ເສົາກັນຍາ ສີລາເພັດ ເປັນຮອງປະທານກວດກາ

ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳອັນມີຄຸນຄ່າຂອງ ສະຫາຍ ປອ. ນາງ ຈັນທະຄອນ ບົວລະພັນ ກຳມະການຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະຫະພັນແມ່ຍິງກະຊວງ ແລະ ສະຫາຍ ນ. ອຸລາພອນ ພົງສະຫວັດ ຄະນະພັກຮາກຖານກົມກົມຈັດຕັ້ງ ແລະ ພະນັກງານເພື່ອຊີ້ທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດການນຳພາ-ຊີ້ນຳ ຂອງຄະນະຊຸດໃໝ່ ທີ່ຈະໄດ້ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃນຕໍ່ໜ້າ, ຊຶ່ງທັງສອງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການ ເຄື່ອນໄຫວ ແລະ ການສ້າງຂະບວນການຕ່າງໆ ຂອງສະຫະພັນແມ່ຍິງຮາກຖານກົມຈັດຕັ້ງ ແລະ ພະນັກງານ ທີ່ຕິດພັນກັບຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ, ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການເຄື່ອນໄຫວທີ່ຕິດພັນກັບພາລະບົດບາດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ແລະ ໄດ້ເນັ້ນບາງຈຸດສຳຄັນທີ່ຄະນະແມ່ຍິງຮາກຖານຊຸດໃໝ່ ຈະຕ້ອງໄດ້ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບສະພາບຕົວຈິງ.