Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມຮາກຖານ ກົມຈັດຕັ້ງ ແລະ ພະນັກງານ

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມຮາກຖານ ກົມຈັດຕັ້ງ ແລະ ພະນັກງານ ໄດ້ເປີດຂຶ້ນໃນຕອນບ່າຍຂອງວັນທີ 23 ສິງຫາ 2024 ໂດຍມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ (ຍິງ 11 ສະຫາຍ); ແຂກຖືກເຊີນ 7 ສະຫາຍ (ຍິງ 4 ສະຫາຍ) ໂດຍກອງປະຊຸມໃຫຍ່ຄັ້ງນີ້ ຖືເປັນກຽດຢ່າງສູງ ທີ່ໄດ້ຮັບຕ້ອນ ສະຫາຍ ບຸນທະວີ ໄຊຍະເພັດ ຄະນະກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ແລະ ສະຫາຍ ນ. ລັດສຸດາ ບຸນນຸລັດ ຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງທັງສອງສະຫາຍໄດ້ນໍາເອົາຄວາມເປັນຫ່ວງ ເປັນໄຍ ແລະ ຄວາມສາມັກຄີຮັກແພງອັນອົບອຸ່ນມາສູ່ກອງປະຊຸມໃຫຍ່ຂອງພວກເຮົາ.

ກອງປະຊຸມໃຫຍ່ ຄັ້ງທີ III ໄດ້ລົງປະຊາມະຕິເຫັນດີເປັນເອກະພາບກັນຮັບຮອງເອົາບັນດາເນື້ອໃນສໍາຄັນດັ່ງລຸ່ມນີ້:

1. ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ, ທິດທາງ ຄາດໝາຍສູ້ຊົນແຕ່ລະດ້ານ ນັບແຕ່ກອງປະຊຸມໃຫຍ່ຄັ້ງນີ້ ເຖິງກອງປະຊຸມໃຫຍ່ຄັ້ງຕໍ່ໄປ ບົດສຳຫຼວດການນຳພາລວມ ຂອງຊາວໜຸ່ມຮາກຖານກົມຈັດຕັ້ງ ແລະ ພະນັກງານ ເຊິ່ງໄດ້ຕີລາຄາ ຄືວຽກງານການຊີ້ນໍາ-ນໍາພາ ດ້ານດີ-ດ້ານອ່ອນ ແລະ ບາງບົດຮຽນໃນການຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ຜ່ານມາ ພ້ອມນີ້ກອງປະຊຸມໃຫຍ່ ຍັງເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີ ຕໍ່ໜ້ານັບແຕ່ປີ 2025-2029;

2.ກອງປະຊຸມໄດ້ດໍາເນີນປ່ອນບັດຄັດເລືອກເອົາ ໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ ແລະ ພະນັກງານ ຊຸດໃໝ່ເພື່ອຈະໄດ້ສືບຕໍ່ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ ແລະ ພະນັກງານ ຈໍານວນ 05 ສະຫາຍ ຄື:

1) ສະຫາຍ ວິໄລສັກ ຫຼວງຄຳຊາວ ເປັນເລຂາໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ ແລະ ພະນັກງານ

2) ສະຫາຍ ນ. ມະນີຈັນ ໄຊຍັນທອນ ເປັນຮອງເລຂາໜ່ວຍຊາວໜຸ່ມຮາກຖານກົມຈັດຕັ້ງ ແລະ ພະນັກງານ

3) ສະຫາຍ ນ. ພັນທຸລົມ ແສງສູນທອນ ເປັນຄະນະໜ່ວຍ, ປະທານກວດກາ

4) ສະຫາຍ ສອນມີນາ ພາມີໄຊ ເປັນຮອງປະທານກວດກາ

4. ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນທະວີ ໄຊຍະເພັດ ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດການຊີ້ນໍາ-ນໍາພາ ຂອງຄະນະຊຸດໃໝ່ ທີ່ຈະໄດ້ສືບຕໍ່ປະຕິບັດໜ້າທີ່ໃນຕໍ່ໜ້າ ເຊິ່ງສະຫາຍໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາ ຕໍ່ຜົນງານການເຄື່ອນໄຫວ ແລະ ການສ້າງຂະບວນການຕ່າງໆ ຂອງຊາວໜຸ່ມ ທີ່ຕິດພັນກັບຂໍ້ແຂ່ງຂັນ 4 ບຸກ, ວຽກງານການປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ການເຄື່ອນໄຫວທີ່ຕິດພັນກັບພາລະບົດບາດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ເພື່ອສືບຕໍ່ປະກອບສ່ວນເປັນກຳລັງແຮງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມຈັດຕັ້ງ ແລະ ພະນັກງານ ໃຫ້ໄດ້ຮັບຜົນສຳເລັດຕາມການມອບໝາຍ ແລະ ມີປະສິດທິຜົນສູງ.