Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຝຶກອົບຮົມການເກັບກຳ ແລະ ປ້ອນຂໍ້ມູນຝຶກອົບຮົມ ເຂົ້າໃນລະບົບຖານຂໍ້ມູນຄຸ້ມຄອງບຸກຄະລາກອນ (HR+)

ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີ 15 ມິຖູນາ 2023 ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດຝຶກອົບຮົມການເກັບກຳ ແລະ ປ້ອນຂໍ້ມູນກ່ຽວກັບການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ເຂົ້າໃນລະບົບຖານຂໍ້ມູນຄຸ້ມຄອງບຸກຄະລາກອນ ຂອງກະຊວງກະສິກໍາ ແລະ ປ່າໄມ້ (HR+) ໂດຍເປັນປະທານຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ , ມີນັກສຳມະນາກອນເຂົ້າຮ່ວມຈໍານວນທັງໝົດ 23 ທ່ານ, ຍິງ 13 ທ່ານ ໃນນີ້ຈາກບັນດາວິທະຍາໄລ 08 ທ່ານ, ຍິງ 06 ທ່ານ.
ທ່ານ ບຸນເຫຼືອ ສີຫາລາດ ຫົວໜ້າພະແນກຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດ ຄະນະຮັບຜິດຊອບການຝຶກອົບຮົມ ໄດ້ກ່າວວ່າ ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການຜູ້ຮັບຜິດຊອບວຽກງານເກັບກຳສະຖິຕິການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ ຂອງຫ້ອງການ, ບັນດາກົມ, ສູນ, ບັນດາວິທະຍາໄລ ແລະ ໂຮງຮຽນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ມີຄວາມເຂົ້າໃຈເຖິງຂັ້ນຕອນ ແລະ ເຕັກນິກການປ້ອນຂໍ້ມູນກ່ຽວກັບການຈັດຝຶກອົບຮົມເຂົ້າໃນຖານລະບົບຄຸ້ມຄອງຂໍ້ມູນບຸກຄະລາກອນ (HR+) ແລະ ການປ້ອນຂໍ້ມູນປະຫວັດການເຂົ້າຮ່ວມຝຶກອົບຮົມຂອງບຸກຄົນພະນັກງານ-ລັດຖະກອນ ໃຫ້ສາມາດນຳໃຊ້ໄດ້ຢ່າງຄ່ອງແຄ້ວ.
ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານໄດ້ມີຄຳເຫັນໃນພິທີເປີດຝຶກອົບຮົມ ວ່າ ໃນໄລຍະຜ່ານມາ ການເກັບກຳສະຖິຕິຂໍ້ມູນກ່ຽວກັບການຝຶກອົບຮົມ ຍັງບໍ່ທັນເປັນລະບົບລວມສູນ, ແຕ່ລະພາກສ່ວນກໍໄດ້ເກັບກຳຂໍ້ມູນຂອງຕົນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັງລວມດ້ານສະຖິຕິ, ຊັກຊ້າບໍ່ທັນສະພາບການ, ເພື່ອແກ້ໄຂບັນຫາດັ່ງກ່າວ ກົມຈັດຕັ້ງ ແລະ ພະນັກງານຈຶ່ງໄດ້ອອກແບບ ແລະ ພັດທະນາລະບົບການຈັດເກັບຂໍ້ມູນການຈັດຝຶກອົບຮົມ ທີ່ການຈັດຕັ້ງໄດ້ຈັດຂຶ້ນແຕ່ລະໄລຍະ ພ້ອມນີ້ກໍມີລະບົບການຈັດເກັບປະຫວັດການເຂົ້າຮ່ວມຝຶກອົບຮົມ, ສຳມະນາ, ທັດສະນະສຶກສາ ຂອງບຸກຄົນພະນັກງານ-ລັດຖະກອອນ ໂດຍລວມເຂົ້າຢູ່ໃນລະບົບ ຄຸ້ມຄອງຂໍ້ມູນບຸກຄະລາກອນຂອງກະຊວງກະສິກຳ ແລະ ປ່າໄມ້ (HR+) ຊຶ່ງເປັນລະບົບລວມສູນອອນລາຍແບບ Real-time. ທ່ານ ຍັງໄດ້ເນັ້ນໜັກ ຮຽກຮ້ອງໃຫ້ຜູ້ນຳໃຊ້ຕົວຈິງ ເອົາໃຈໃສ່ໃນວຽກງານດັ່ງກ່າວ ໃຫ້ດຳເນີນການເກັບກຳ ແລະ ປ້ອນຂໍ້ມູນເຂົ້າໃນລະບົບ ປະຈຳວັນ ຢ່າງເປັນປົກກະຕິ-ຕໍ່ເນື່ອງ ພ້ອມທັງຮັບປະກັນຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ ໃນຕໍ່ໜ້າຈະຂະຫຍາຍການນຳໃຊ້ຢູ່ບັນດາພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ.

ພາບ-ຂ່າວໂດຍ: ທະນົງ ສຸມິດຕອມ