Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ໃນຕອນບ່າຍວັນທີ 09 ມິຖຸນາ 2023 ອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ເຊິ່ງໃຫ້ກຽດເຜີຍແຜ່ເອກະສານຄັ້ງນີ້ໂດຍ ສະຫາຍ ທອງພັດ ວົງມະນີ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ສະຫາຍ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ບັນດາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ບັນດາຫົວໜ້າກົມ, ຮອງກົມ ແລະ ທຽບເທົ່າ, ບັນດາຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ອ້ອມຂ້າງອົງຄະນະພັກກະຊວງເຂົ້າຮ່ວມ ຈຳນວນ 109 ສະຫາຍ, ຍິງ 17 ສະຫາຍ

ຈຸດປະສົງຂອງ ການຈັດຕັ້ງຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຂອງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ເພື່ອເຮັດໃຫ້ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້-ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນ ແລະ ສ້າງຄວາມເປັນເອກະພາບ ຕໍ່ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢ່າງກວ້າງຂວາງ ທົ່ວເຖິງ ແລະ ເລິກເຊິ່ງ; ເພື່ອຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມສາມັກຄິເປັນປຶກແຜ່ນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມດ້ວຍກັນນັ້ນກໍ່ເພື່ອໃຫ້ ຄະນະພັກແຕ່ລະຂັ້ນ, ຜູ້ນໍາພາແຕ່ລະບ່ອນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຢູ່ໃນທ່າບຸກ ໂດຍຫັນເອົາເນື້ອໃນກອງປະຊຸມ ແລະ ຄວາມເຫັນຊີ້ນໍາ ຕໍ່ກອງປະຊຸມດັ່ງກ່າວໃຫ້ເປັນນິຕິກໍາລະອຽດ ແລະ ເປັນແຜນການເຄື່ອນໄຫວຕົວຈິງ ໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ.