Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫຼຸບຂະບວນການແຂ່ງຂັນຍ້ອງຍໍຜົນງານ 05 ປີ ປະຈໍາປີ 2016-2020 ແລະ ເປີດຂະບວນການແຂ່ງຂັນຮອດປີ 2025 ຂອງກົມກວດກາ

ໃນວັນທີ 31 ມີນາ 2023 ກົມກວດກາ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນຍ້ອງຍໍຜົນງານ 05 ປີ ປະຈໍາປີ 2016-2020 ແລະ ເປີດຂະບວນການແຂ່ງຂັນຮອດປີ 2025 ຂອງກົມກວດກາ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ພວງເພັດ ປູ່ວັງ ຫົວໜ້າກົມກວດກາ ມີຄະນະກົມ, ບັນດາຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກົມກວດກາເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ I,II, III, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ແລະ ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍຜົນງານ ໃຫ້ແກ່ກົມກອງລວມໝູ່, ພະນັກງານ-ລັດຖະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄໍາມະນີ ອຸດສາ ຫົວໜ້າພະແນກ ສັງລວມ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ 5 ປີ (2016-2020) ແລະ ກໍານົດທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ເຊິ່ງມີເນື້ອໃນລາຍລະອຽດທີ່ສໍາຄັນຄື ຜົນສໍາເລັດໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 05 ປີຜ່ານມາ.

ຜ່ານການສະຫຼຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສາມາດສັງລວມການສະເໜີຍ້ອງຍໍຜົນງານ 05 ປີ (2016-2020) ປະເພດຕ່າງໆ ໃຫ້ກົມກອງລວມໝູ່ ແລະ ບຸກຄົນ ຄື:

ກ. ຍ້ອງຍໍຜົນງານ 05 ປີ 2016-2020 ກົມກອງລວມໝູ່ ກົມກວດກາ ໄດ້ຮັບ ຫຼຽນໄຊແຮງງານຊັ້ນ I

ຂ. ຍ້ອງຍໍຜົນງານ 05 ປີ 2016-2020 ບຸກຄົນ ໄດ້ຮັບ ຫຼຽນໄຊແຮງງານຊັ້ນ I ຈໍານວນ 01 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 02 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 02 ທ່ານ, ຫຼຽນກາແຮງງານ ຈໍານວນ 07 ແລະ ໃບຍ້ອງຍໍລັດຖະບານ ຈໍານວນ 10 ທ່ານ. ກົມກອງລວມໝູ່ ເຊິ່ງໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍ ທ່ານ ນາງ ພວງເພັດ ປູ່ວັງ ຫົວໜ້າກົມກວດກາ ຈາກນັ້ນກໍ່ໄດ້ເປີດຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2021-2025 ພາຍໃຕ້ຂໍ້ແຂ່ງຂັນ ກວດກາທັນເວລາ ຊັດເຈນ ໂປ່ງໃສ ຢຶດໝັ້ນ ລະບຽບ ກົດໝາຍ ຊຶ່ງບັນດາພະແນກອ້ອມຂ້າງກົມກໍ່ໄດ້ຂື້ນຈັບມີແຂ່ງຂັນ.

ພາບ ແລະ ຂ່າວໂດຍ: ທິດດາວັນ ອິນທະພອນ