ໜ່ວຍພັກໂຮງຮຽນ
ໃນຕອນບ່າຍຂອງ ວັນທີ 01/03/2023 ຢູ່ທີ່ສະໂມສອນໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ໄດ້ຈັດໃຫ້ມີກອງປະຊຸມໜ່ວຍພັກໂຮງຮຽນຂຶ້ນຢ່າງເປັນທາງການເຊີ່ງໃຫ້ກຽດເປັນປະທານກອງປະຊຸມ ສະຫາຍ ອານຸສອນ ຄູນສົມບັດ ຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ຮອງເລຂາໜ່ວຍພັກໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ເຂົ້າຮ່ວມ ປະກອບມີຄະນະໜ່ວຍພັກ, ຄະນະຈຸພັກ, ບັນດາສະມາຊິກພັກສົມບູນ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 27 ສະຫາຍ, ຍິງ 9 ສະຫາຍ ຈຸດປະສົງເນື້ອໃນຂອງກອງປະຊຸມຄັ້ງນີ້ແມ່ນ 1: ເພື່ອລາຍງານສ່ອງແສງການຊີ້ນໍາ-ນໍາພາຂອງແຕ່ລະຈຸພັກ, 2: ຄົ້ນຄວ້າມະຫາຊົນກ້າວໜ້າທີ່ເປັນເປົ້າໝາຍກໍ່ສ້າງພັກ ຈຳນວນ 4 ສະຫາຍ, ຜົນຂອງກອງປະຊຸມຄັ້ງນີ້ເຫັນວ່າ ແຕ່ລະຈຸພັກແມ່ນໄດ້ລາຍງານການເຄື່ອນໄຫວວຽກຜ່ານມາ ແລະ ວາງແຜນທິດທາງໃນຕໍ່ໜ້າ, ຈາກນັ້ນ, ສະຫາຍ ປະທານກອງປະຊຸມ ກໍ່ເນັ້ນໃຫ້ບັນດາສະຫາຍສະມາຊິກພັກ, ເອົາໃຈໃສ່ວຽກງານແນວຄິດ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ຫ້າວຫັນເປັນເຈົ້າການໃນການປະຕິບັດວຽກງານດ້ວຍຄວາມຕັ້ງໜ້າໃນການຄົ້ນຄວ້າເຊື່ອມຊືມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດລະບຽບຂອງພັກ, ມີຄວາມຕັດສິນໃຈສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງ ແລະ ການຈັດຕັ້ງມອບໝາຍໃຫ້ ຢ່າງມີຄວາມຮັບຜິດຊອບສູງ. ພາບຂ່າວ ຈິດວິໄລ