Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ບົດໂອ້ລົມວັນສຳຄັນຂອງຊາດ

ໃນວັນທີ 06ກຸມພາ2023ທີ່ຜ່ານມາຢູ່ທີ່ສະໂມສອນໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໄດ້ຈັດໃຫ້ມີກອງປະຊຸມເພື່ອຮັບຟັງການປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ74 ປີ ວັນທີ 20 ມັງກອນ 1949 - 20 ມັງກອນ 2023 ມູນເຊື້ອປະຕິວັດຂອງຊາດລາວເຮົາ, ມູນເຊື້ອການຕໍ່ສູ້ອັນພິລາດອາດຫານ, ການເຕີບໃຫ່ຍເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ຜົນງານອັນໃຫ່ຍຫຼວງຂອງກອງທັບວິລະຊົນ, ຊາດລາວວິລະຊົນທີ່ຍາດມາໄດ້ຕະຫຼອດໄລຍະ 74 ປີຜ່ານມາ ເຊີ່ງໃຫ້ກຽດເປັນປະທານໃນການໂອ້ລົມຄັ້ງນີ້ ແມ່ນ ທ່ານ ອະນຸສອນ ຄູນສົມບັດ ຄະນະພັກກົມຈັດຕັ້ງ ແລະ ພະນັກງານ,ທັງເປັນຮັກສາການອຳນວຍການໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ, ເຊີ່ງມີຫຼາຍບັນດາພາກສ່ວນທີ່ເຂົ້າຮ່ວມຮັບຟັງກໍ່ຄືທາງຄະນະອຳນວຍການໂຮງຮຽນ, ຫົວໜ້າຫ້ອງການ, ຮອງຫ້ອງການ, ຫົວໜ້າຄະນະວິຊາ, ຮອງຄະນະວິຊາ ແລະ ບັນດາພະນັກງານຄູອາຈານວິຊາການເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 42 ທ່ານ, ຍິງ 17 ທ່ານ, ຜ່ານການໄດ້ຮ່ວມຮັບຟັງການປະຖະກະຖາໃນຄັ້ງນີ້ເຮັດໃຫ້ບັນດາພະນັກງານຄູອາຈານທັງໝົດພາຍໃນໂຮງຮຽນເຫັນໄດ້ຄວາມໝາຍຄວາມສຳຄັນຂອງປະເທດຊາດລາວເຮົາທີ່ຍາດມາໄດ້ ແລະ ເຫັນໄດ້ຄວາມບາກບັ່ນອົດທົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກທີ່ສູນເສຍເລືອດເນື້ອເພື່ອປະເທດຊາດບ້ານເມືອງຂອງກອງທັບປະຊາຊົນລາວໃນເມື່ອກ່ອນເຊີ່ເຮັດໃຫ້ປະເທດລາວເຮົາມີຄວາມສະຫງົບ,ມີຄວາມຜາສຸກຈະເລີນຮຸ່ງເຮືອງຈົນເຖີງປະຈຸບັນ.