Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປະກາດການແຕ່ງຕັ້ງພະນັກງານຂັ້ນຮອງພະແນກ

ໃນຕອນເຊົ້າ ວັນທີ 27 ມັງກອນ 2023 ທີ່ຫ້ອງປະຊຸມກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ຈໍານວນ 02 ທ່ານ (ຍິງ 01) ໂດຍໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມນີ້ກໍ່ໄດ້ມີ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ ຢ່າງຕັ້ງໜ້າ ຈໍານວນ 31 ທ່ານ (ຍິງ 19).

ທ່ານ ນາງ ສຸກັນ ໂສພາຄໍາພັນ ຫົວໜ້າພະແນກບໍລິຫານໄດ້ຂຶ້ນຜ່ານຂໍ້ຕົກລົງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1292/ກປ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກ ທີ່ຂຶ້ນກັບກົມຈັດຕັ້ງ ແລະ ພະນັກງານ ເຊິ່ງມີລາຍລະອຽດດັ່ງນີ້:

1. ແຕ່ງຕັ້ງ ທ່ານ ສົມເພັດອຸດອນ ດວງມາລາ ເປັນຮອງຫົວໜ້າພະແນກຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດ
2. ແຕ່ງຕັ້ງ ທ່ານ ນາງ ມະນີຈັນ ໄຊຍັນທອນ ເປັນຮອງຫົວໜ້າພະແນກບໍລິຫານ

ໃນຕອນທ້າຍຂອງພິທີ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ໃຫ້ຄໍາໂອ້ລົມກັບບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງດັ່ງນີ້:

- ໃຫ້ເພີ່ມທະວີຍົກສູງຄວາມຮັບຜິດຊອບມີສະຕິຕື່ນຕົວໃນຄວາມຮັບຜິດຊອບຂອງຕົນ; - ສືບຕໍ່ກວດກາຄືນຂັ້ນຕອນການເຮັດວຽກ, ແບບແຜນວິທີເຮັດວຽກ ຮັບປະກັນຄວາມຖືກຕ້ອງ ແລະ ວ່ອງໄວ;
- ມີຄວາມເປັນແບບຢ່າງໃນການປະຕິບັດລະບຽບວິໄນ, ຮັກສາຄວາມລັບ ແລະ ຮັກສາຄວາມສາມັກຄີພາຍໃນ;
- ຍົກສູງຄຸນສົມບັດສິນທໍາປະຕິບັດ;
- ໃຫ້ກໍາແໜ້ນບັນດານິຕິກໍາຕ່າງໆຂອງກົມ;
- ​ພັດທະນາທັກສະໂດຍສະເພາະ ພາສາຕ່າງປະເທດ, ຄວາມຮູ້ທາງດ້ານໄອທີ ແລະ ອື່ນໆ;
- ໃຫ້ແຕ່ລະພະແນກເຮັດແຜນວຽກຕາມພາລະບົບບາດຂອງພາກສ່ວນຕົນ ປະຈໍາປີ 2023.

ພາບ ແລະ ຂ່າວໂດຍ: ວິລະກອນ ເຄນທະລັງສີ