Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສ້າງຂະບວນການອອກແຮງງານເພື່ອຕ້ອນຮັບວັນສຳຄັນຂອງຊາດ

ອອກແຮງງານກໍ່ສ້າງເສັ້ນທາງເບຕົງພາຍໃນໂຮງຮຽນ ວັນທີ 18 ມັງກອນ 2023 ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໄດ້ສ້າງຂະບວນການອອກແຮງານລວມກໍ່ສ້າງເສັ້ນທາງເບຕົງໄລຍະທີສອງພາຍໃນໂຮງຮຽນ ເພື່ອຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ເຊັ່ນ: ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (ວັນທີ 20 ມັງກອນ 1949 - 20 ມັງກອນ 2023), ວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 67 ປີ (ວັນທີ 01 ກຸມພາ 1956 - 01 ກຸມພາ 2023), ມີການປະກອບສ່ວນຊຸກຍູ້ປັດໃຈ ແລະ ວັດຖຸຈໍານວນໜຶ່ງເປັນຕົ້ນ: ກົມຈັດຕັ້ງ ແລະ ພະນັກງານ, ສະຫະພັນກຳມະບານກະຊວງກະສິກຳ ແລະ ປ່າໄມ້, ຮາກຖານກຳມະບານໂຮງຮຽນຊົນລະປະທານຊັ້ນ ສູງທ່າງ່ອນ, ບໍລິສັດຄູນທະວົງລາວ ກໍ່ສ້າງຄົບວົງຈອນ, ບໍລິສັດຈັນສຸກກໍ່ສ້າງ ແລະ ສ້ອມແປງ, ອະດີດນັກສຶກສາທີ່ຮຽນຈົບໄປແລ້ວ ແລະ ນັກສຶກສາຕໍ່ເນື່ອງທີ່ກຳລັງສຶກສາຢູ່ໃນປະຈຸບັນ. ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ການກໍ່ສ້າງເສັ້ນທາງໃນຄັ້ງນີ້ເຊິ່ງມີລວງກ້ວາງໜ້າທາງ 5 ແມັດ, ຍາວ 42 ແມັດ, ຈາກນັ້ນທາງໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ, ຈິ່ງໄດ້ມອບໄບກຽດຕິຄຸນໃຫ້ແກ່ແຕ່ລະພາກສ່ວນທີ່ໄດ້ຊຸກຍູ້ສ້າງຂະບວນ ແລະ ເຮັດໃຫ້ວຽກງານດັ່ງກ່າວສຳເລັດໄປດ້ວຍດີ.

ພາບຂ່າວ: ຈິດວິໄລ ຍົດສົມບັດ