Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ປ່ອຍປາລົງວັງສະຫງວນຂອງ ເມືອງປາກອູ

ໃນຕອນບ່າຍ ຂອງວັນທີ 17 ພະຈິກ 2022 ນີ້ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ໄປປ່ອຍປາ ຢູ່ທີ່ວັງສະຫງວນ ຂອງ ເມືອງ ປາກອູ, ໂດຍການເຂົ້າຮ່ວມຂອງ ທ່ານ ແກ່ນຄໍາ ຄໍາພັນ ເຈົ້າເມືອງ-ເມືອງປາກອູ, ທ່ານ ປອ. ອຸໄທ ສຸກຂີ ຮັກສາການອໍານວຍການວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ມີພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ທີມງານຈາກວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ເຂົ້າຮ່ວມ.

ປາທີ່ນໍາໄປປ່ອຍໃນຄັ້ງນີ້ ມີທັງໝົດ 22.000 ໂຕ, ໃນນີ້ ມີປາອິນເດຍ 9.000 ໂຕ, ປາໂລຮູ 9.000 ໂຕ, ແລະ ປາປາກ 4.000 ໂຕ, ປາທີ່ນໍາມາປ່ອຍໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ຄອບຄົບຂອງ ທ່ານ ຄໍາແກ້ວ ຄໍາມະວົງ ທຸລະກິດສ່ວນຕົວໃນການຜະລິດ ແລະ ຈໍາໜ່າຍລູກປາ, ໃນການປ່ອຍປາໃນຄັ້ງນີ້ເພື່ອປົກປັກຮັກສາແນວພັນປາປະເພດຕ່າງໆ ເພື່ອບໍ່ໃຫ້ພັນປາບາງຊະນິດສູນພັນ, ໄວ້ໃຫ້ຄົນຮຸ່ນຫຼັງໄດ້ຮູ້-ໄດ້ເຫັນຕໍ່ໆໄປ .

ຂ່າວ: ສີສະຫວາດ ພັນທຸວົງ