Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີມອບ-ຮັບນາມມະຍົດທຸງໄຊນຳໜ້າໃນຂະບວນການແຂ່ງຂັນ 4 ບຸກ

ວັນທີ 27 ຕຸລາ 2022 ຄະນະຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດພິທີມອບ-ຮັບ ທຸງໄຊນຳໜ້າຂະບວນການຂໍ້ແຂ່ງຂັນ 4 ບຸກ ໂດຍການເຂົ້າຮ່ວມຂອງ ສະຫາຍ ໄຊນະຄອນ ສຸດທິດາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ສະຫາຍ ປະລິນຍາເອກ ອຸໄທ ສຸກຂີ ຮັກສາການອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ມີແຂກຖືກເຊີນຈາກໂຮງຮຽນ, ພະແນກການອ້ອມຂ້າງວິທະຍາໄລ ພ້ອມດ້ວຍສະມາຊິກຊາວໜຸ່ມ.

ໃນພິທີ ສະຫາຍ ສົມພົງ ຄໍາມາລາວົງ ເລຂາໜ່ວຍຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຂຶ້ນຜ່ານບົດສະຫຼຸບ ໃນໄລຍະສາມປີທີ່ຜ່ານມາ (2019-2021) ແລະ ທິດທາງແຜນການຄາດໝາຍສູ້ຊົນ ປີ 2022, ປະຈຸບັນໜ່ວຍຊາວໜຸ່ມຮາກຖານວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ມີສະມາຊິກທັງໝົດ 218 ສະຫາຍ (ຍິງ 98) ໃນນີ້ສະມາຊິກຊາວໜຸ່ມພະນັກງານ, ຄູ-ອາຈານ ມີ 55 ສະຫາຍ (ຍິງ 25) ແລະ ນັກສຶກສາ 61 ສະຫາຍ (ຍິງ 72) ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ໜ່ວຍຊາວໜຸ່ມຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ຖືກຕ້ອງຕາມເງື່ອນໄຂ, ມາດຖານທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ເຊິ່ງສະແດງອອກແຕ່ລະດ້ານດັ່ງນີ້: ບຸກດ້ານການເມືອງ-ແນວຄິດຕີລາຄາໄດ້ 97.86%, ບຸກດ້ານການຝຶກຝົນຫຼໍ່ຫຼອມ-ຮໍ່າຮຽນ ຕີລາຄາໄດ້ 98.58 %, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 98.94%, ບຸກດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 98.52%, ຈາກຜົນງານທີ່ສາມາດຍາດມາໄດ້ໃນໄລຍະສາມປີທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຕົກລົງມອບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ ໃຫ້ ໜ່ວຍຊາວໜຸ່ມຮາກຖານວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ແລະ ມອບໃບຍ້ອງຍໍຂອງສູນກາງຊາວໜຸ່ມ ປປລ ໃຫ້ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ຈໍານວນ 55 ສະຫາຍ ຢ່າງສົມກຽດ. ໂອກາດດັ່ງກ່າວ ສະຫາຍ ໄຊນະຄອນ ສຸດທິດາ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຈົນໄດ້ຮັບທຸງໄຊໃນຄັ້ງນີ້, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ, ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ. ຫຼັງຈາກສຳເລັດພິທີທາງຄະນະປະທານ, ເລຂາ-ຮອງເລຂາໜ່ວຍຊາວໜຸ່ມ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມຮາກຖານວິທະຍາໄລ ກໍໄດ້ຮ່ວມເປີດປ້າຍ ພ້ອມທັງລັ່ນຄ້ອງເກົ້າຄັ້ງ ເພື່ອເປັນສິລິມຸງຄຸນໃນພິທີຄັ້ງນີ້ ແລະ ສືບຕໍ່ຈັບມືແຂ່ງຂັນໃນປີ 2022 ໃຫ້ປະກົດຜົນເປັນຈິງ.