Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ພິທີເຊັນ MoU ໂຄງການພັດທະນາກະສິກໍາທັນສະໄໝ ນໍາໃຊ້ລະບົບ Smart Farm

ໃນຕອນເຊົ້າຂອງວັນທີ 07 ກັນຍາ 2022 ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີເຊັນບົດບັນທຶກຄວາມ ເຂົ້າໃຈ Memory of Understanding (MoU) ລະຫວ່າງ ກົມຈັດຕັ້ງ ແລະ ພະນັກງານ ກັບ ບໍລິສັດ ສິຫານ Shinhan A-TEDC. Co., Ltd ຈາກ ສ. ເກົາຫຼີ ກ່ຽວກັບໂຄງການພັດທະນາກະສິກໍາທັນສະໄໝ ນໍາໃຊ້ລະບົບ Smart Farm ບ້ານຫ້ວຍນໍາພາກ ເມືອງປະທຸມພອນ ແຂວງຈໍາປາສັກ ພາຍໃຕ້ເປັນປະທານໂດຍ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້ ນອກນີ້ຍັງມີຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ອໍານວຍການ, ຮອງອໍານວຍວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ ແລະ ຄະນະບໍລິສັດ Shinhan A-TEDC. Co., Ltd ເຂົ້າຮ່ວມເປັນສັກຂີພະຍານໃນການ ເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້

ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງໄດ້ ໄດ້ຮັບກຽດໂດຍ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕ່າງໜ້າໃຫ້ກັບວິທະຍາໄລກະສິກໍາ ແລະ ປ່າໄມ້ຈໍາປາສັກ ແລະ ໄດ້ຮັບກຽດໂດຍ ທ່ານ ຄີ້ມ ປະທານ ບໍລິສັດ Shinhan A-TEDC. Co., Ltd ໃນການລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການພັດທະນາກະສິກໍາທັນສະໄໝ ນໍາໃຊ້ລະບົບ Smart Farm ບ້ານຫ້ວຍນໍາພາກ ເມືອງປະທຸມພອນ ແຂວງຈໍາປາສັກ

ໂຄງການພັດທະນາກະສິກໍາທັນສະໄໝ ນໍາໃຊ້ລະບົບ Smart Farm ບ້ານຫ້ວຍນໍາພາກ ເມືອງປະທຸມພອນ ແຂວງຈໍາປາສັກ ໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບວິທະຍາໄລະກະສິກໍາ ແລະ ປ່າໄມ້ຈໍາປາສັກ ໃນການເຊື່ອມ ລະບົບ Smart Farm ເຂົ້າຫຼັກສູດການຮຽນ-ການສອນ

ພາບ-ຂ່າວໂດຍ: ທະນົງ ສຸມິດຕອມ