Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຈັດພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກ ແລະ ເຜີຍແຜ່ນິຕິກຳວຽກງານພັກ

ພິທີຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ສະໄໝສໍາຮອງ ຈຳນວນ 06 ສະຫາຍ ຍິງ 04 ສະຫາຍ  ຂອງຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດຂຶ້້ນໃນວັນທີ 24 ມິຖຸນາ 2022  ທີ່ສະໂມສອນກະຊວງກະສິກຳ ແລະ ປ່າໄມ້. ໂດຍໃຫ້ກຽດເປັນປະທານກອງປະຊຸມ ແລະ ມີຄຳເຫັນໂອ້ລົມຂອງ ສະຫາຍ ບຸນທະວີ ໄຊຍະເພັດ ເລຂາຄະນະພັກຮາກຖານພັກ,  ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີ ຮອງເລຂາ, ຄະນະພັກຮາກຖານ ພ້ອມດ້ວຍບັນດາສະມາຊິກພັກອ້ອມຂ້າງຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມຈຳນວນ......ສະຫາຍ. ໃນພິທີດັ່ງກ່າວ ສະຫາຍ ທອງສະຫວັນ ພັນທະລາວົງ ຮອງເລຂາຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໃຫ້ກຽດຜ່ານມະຕິຕົກລົງ ຂອງຄະນະປະຈຳພັກກະຊວງກະສິກຳ ແລະ ປ່າໄມ້, ສະບັບເລກທີ 0287/ຄພ.ກປ, ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ສະໄໝສຳຮອງ ຈຳນວນ 06 ສະຫາຍ ຄື 1)​ ສະຫາຍ ສອນມີນາ ພາມີໄຊ, 2) ສະຫາຍ ນາງ ສຸລິນດາ ພົມປະດິດ, 3) ສະຫາຍ ວິໄລສັກ ຫຼວງຄໍາຊາວ, 4) ສະຫາຍ ນາງ ຄອນສະຫວັນ ມະນີວັນ, 5) ສະຫາຍ ນາງ ພັນທຸລົມ ແສງສູນທອນ, 6) ສະຫາຍ ນາງ ກາສີ ໄຊຍະແສງ. ຈາກນັ້ນ ມະຫາຊົນກ້າວໜ້າຂຶ້ນມາສະເໜີໂຕ, ສະຫາຍເລຂາໜ່ວຍພັກໄດ້ມີຄຳເຫັນ ແລະ ຈັບມືຕ້ອນຮັບສະມາຊິກພັກໃໝ່ ເພື່ອສືບຕໍ່ກໍ່ສ້າງໃຫ້ຜ່ານສະໄໝສຳຮອງ 12 ເດືອນ ແລະ ກ້າວໄປສູ່ການເປັນສະມາຊິກພັກສົມບູນໃນຂັ້ນຕໍ່ໄປ.

ໃນພິທີ ສະຫາຍ ບຸນທະວີ ໄຊຍະເພັດ ກໍໃຫ້ກຽດມີຄຳເຫັນໂອ້ລົມຕໍ່ສະມາຊິກພັກໃໝ່ທີ່ຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ພ້ອມທັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຕະຫຼອດຮອດສະມາຊິກພັກທຸກສະຫາຍພາຍໃນໜ່ວຍພັກ ພ້ອມກັນກໍ່ສ້າງສະມາຊິກພັກໃໝ່ໃຫ້ກາຍເປັນສະມາຊິກພັກສົມບູນທີ່ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ເຮັດລ້ອນໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດເປັນກ້າວໆ.

ໃນ​ໂອກາດ​ດຽວ​ກັນ​ນີ້, ສະຫາຍ ບຸນທະວີ ໄຊຍະເພັດ  ກໍໄດ້ໃຫ້ກຽດເຜີຍແຜ່-ເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 032/ກມສພ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຜ່ານມະຕິວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ ສະບັບເລກທີ 030/ກມສພ, ຜ່ານຄຳແນະນຳເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງທັງໝົດຈຳນວນ  06 ເອກະສານ ໂດຍສະຫາຍໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການສ້າງແຜນກຳນົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າ ໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ. ການກະກຽມບຸກຄະລາກອນແບບເປີດກວ້າງເພື່ອເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງຕອບສະໜອງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໜ່ງ ນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບການເມືອງ, ເພື່ອຈັດຕັ້ງປະຕິບັດແນວທາງ ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ແລະ ການຫັນປະເທດເປັນອຸດສາຫະກຳທັນສະໄໝເທື່ອລະກ້າວ, ແນໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ.

ພາບ-ຂ່າວໂດຍ: ອະພິເດດ ສີຣິພົນເດດ