Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍຜົນງານ 05 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ ຮອດປີ 2025

ໃນຕອນເຊົ້າຂອງວັນທີ 07 ເມສາ 2023 ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ, ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍຜົນງານ 05 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຮອດປີ 2025 ຂອງກົມຈັດຕັ້ງ ແລະ ພະນັກງານ ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນທະວີ ໄຊຍະເພັດ ເລຂາຄະນະພັກຮາກຖານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຮອງຫົວໜ້າກົມ,​ ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ ແລະ ພະນັກງານເຂົ້າຮ່ວມ ຈໍານວນທັງໝົດ 30 ທ່ານ (ຍິງ 15)

ທ່ານ ບຸນທະວີ ໄຊຍະເພັດ ເລຂາຄະນະພັກຮາກຖານ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ປາຖະກະຖາຄວາມໝາຍຄວາມສໍາຄັນຂອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ເຊິ່ງໄດ້ເລົ່າເຫດການສໍາຄັນຕ່າງໆໃນໄລຍະຕໍ່ສູ້ກູ້ຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວພາຍ ຈົນໄດ້ຮັບໄຊຊະນະ ສາມາດປົດປ່ອຍປະເທດຊາດ ແລະ ໄດ້ຮັບການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975.

ທ່ານ ນາງ ສຸກັນ ໂສພາຄໍາພັນ ຫົວໜ້າພະແນກບໍລິຫານ ໃຫ້ຂຶ້ນຜ່ານບົດສະຫຼຸບວຽກງານແຂ່ງຂັນ ແລະ ຍ້ອງຍໍ ຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ 05 ປີ (2016-2020) ແລະ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ໃຫ້ກຽດມອບໃບຍ້ອງຍໍໃນຄັ້ງນີ້ ເຊິ່ງມີລາຍລະອຽດດັ່ງນີ້:

- ຫຼຽນໄຊແຮງງານ ຊັ້ນ I ມີ 03 ທ່ານ ແລະ 01​ ກົມກອງລວມໝູ່

- ຫຼຽນໄຊແຮງງານ ຊັ້ນ II ມີ 03 ທ່ານ

- ຫຼຽນໄຊແຮງງານ ຊັ້ນ III ມີ 01 ທ່ານ

- ຫຼຽນກາແຮງງານ ມີ 07 ທ່ານ

- ໃບຍ້ອງຍໍລັດຖະບານ ມີ 13 ທ່ານ

- ໃບຍ້ອງຍໍລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີ 06 ທ່ານ

- ໃບຊົມເຊີຍລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີ 01 ທ່ານ

ທ່ານ ທອງສະຫວັນ ພັນທະລາວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານ ຂໍ້ຕົກລົງວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ ຂອງກົມຈັດຕັ້ງ ແລະ ພະນັກງານ ແຕ່ປີ 2021-2025"

.

ພາບ ແລະ ຂ່າວໂດຍ: ວິລະກອນ ເຄນທະລັງສີ