Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາການຈັດຕັ້ງ-ບຸກຄະລາກອນ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສາພາຄູ

ໃນວັນທີ24/02/2023 ຢູ່ທີ່ສະໂມສອນໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໄດ້ຈັດໃຫ້ມີກອງປະຊຸມສະພາຄູຂື້ນຢ່າງເປັນທາງການ, ຈຸດປະສົງ ຄັ້ງນີ້ເປັນການປຶກສາຫາລືວຽກງານການສຶກສາພາຍໃນໂຮງຮຽນ ເຊີ່ງໃຫ້ກຽດເປັນປະທານກອງປະຊຸມຄັ້ງນີ້ແມ່ນ ທ່ານ ອານຸສອນ ຄູນສົມບັດ ຮັກສາການ ອໍານວຍການໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ, ເຊິ່ງມີຜູ້ເຂົ້າຮ່ວມປະກອບມີ ຄະນະອຳນວຍການ, ບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ບັນດາຫົວໜ້າຄະນະວິຊາ, ຮອງຄະນະວິຊາ ແລະ ພະນັກງານຄູອາຈານເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນທັງໝົດ 46 ທ່ານ, ຍິງ 21 ທ່ານ, ເນື້ອໃນປືກສາຫາລືໃນຄັ້ງນີ້ປະກອບມີ 4 ບັນຫາຫຼັກຄື: 1) ການຊັບຊ້ອນຄູອາຈານສອນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບວິຊາສະເພາະທີ່ຕົນເອງສອນ, 2) ຄູອາຈານແນະນໍາການຂຽນບົດວິທະຍານິພົນຂອງນັກສຶກສາປີສຸດທ້າຍ ແລະ ຄົ້້ນຄ້ວາຫົວຂໍ້ຂຽນບົດ, 3) ການປະເມີນຄວາມອາດສາມາດຂອງຄູອາຈານສອນ ເພື່ອອອກບໍລິການດ້ານວິຊາການໃຫ້ແກ່ສັງຄົມ ແລະ 4) ຄໍາຄິດຄໍາເຫັນຂອງນັກສຶກສາທີ່ມີຕໍ່ຄູອາຈານສອນໃນພາກຮຽນທີ 1 ສົກປີ 2022-2023 ທັງສາມສາຂາວິຊາ ເພື່ອເປັນບ່ອນອິງໃນການປັບປຸງແກ້ໄຂຂໍ້ຂາດຕົກບົກຜ່ອງໃນຕໍ່ໜ້າ ຈາກນັ້ນ, ທ່ານປະທານກອງປະຊຸມຍັງໄດ້ໃຫ້ຄໍາຄິດເຫັນຕໍ່ບັນດາເນື້ອໃນຂອງກອງປະຊຸມ ເພື່ອເຮັດໃຫ້ການສຶກສາພາຍໃນໂຮງຮຽນໃຫ້ມີຄຸນນະພາບ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພ້ອມທັງໄດ້ເນັ້ນໜັກໃສ່ວຽກງານດ້ານວິຊາສະເພາະໃຫ້ມີຄວາມສໍານານງານ, ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ມື້ເຕັມຈິ່ງສໍາເລັດໄປດ້ວຍດີ. ພາບຂ່າວ: ຈິດວິໄລ



homescontents