Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍຜົນງານ 05 ປີ ປະຈໍາປີ 2016-2020 ແລະ ປະກາດເນື້ອໃນການແຂ່ງຂັນ ຮອດປີ 2025 ຂອງກະຊວງກະສິກໍາ ແລະ ປ່າໄມ້

ໃນວັນທີ 10 ກຸມພາ 2023 ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍຜົນງານ 05 ປີ ປະຈໍາປີ 2016-2020 ແລະ ປະກາດເນື້ອໃນການແຂ່ງຂັນຮອດປີ 2025 ຂອງກະຊວງກະສິກໍາ ແລະ ປ່າໄມ້ ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ປອ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ໄດ້ມີຄະນະນໍາກະຊວງ; ອະດີດການນໍາກະຊວງ; ພະນັກງານອາວຸໂສບໍານານ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ; ອໍານວຍການວິທະຍາໄລ, ໂຮງຮຽນ; ພ້ອມດ້ວຍພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນ ໄດ້ໃຫ້ກຽດເຂົ້າຮ່ວມຢ່າງຟົດຟື້ນ.

ໂດຍປະຕິບັດຕາມລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍຜົນງານ ໃຫ້ແກ່ ກົມກອງລວມໝູ່, ພະນັກງານ-ລັດຖະກອນ ກະຊວງກະສິກຳ ແລະ ປ່າໄມ້ ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງມີເນື້ອໃນລາຍລະອຽດທີ່ສໍາຄັນຄື ຜົນສໍາເລັດໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 05 ປີຜ່ານມາ ກະຊວງໄດ້ກຳນົດຂໍ້ແຂ່ງຂັນທົ່ວຂະແໜງການ ເປັນ 3 ຂະບວນການຄື: ວຽກງານດີ, ພະນັກງານໜັກແໜ້ນ, ການຈັດຕັ້ງເຂັ້ມແຂງ, ມີ 4 ເປົ້າໝາຍຄື: ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດກະສິກຳເປັນສິນຄ້າ, ປ່າໄມ້ພັດທະນາແບບຍືນຍົງ, ຊົນນະບົດພັດທະນາ.
ຜົນສຳເລັດການຈັດຕັ້ງປະຕິບັດ 3 ຂະບວນການ ສະແດງອອກ: ກະຊວງໄດ້ຖືວຽກງານການເມືອງ-ແນວຄິດ ເປັນກົກ, ເອົາໃຈໃສ່ນຳພາ ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ຮ່ຳຮຽນ ບັນດາມະຕິ, ຄຳສັ່ງ, ຄຳແນະນຳຂອງພັກ, ກົດໝາຍ ແລະ ລະ ບຽບການຂອງລັດ, ຈັດຕັ້ງປາຖະກະຖາມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ ໃຫ້ແກ່ສະມາຊິກພັກ, ຕະຫຼອດຮອດພະນັກງານ-ລັດຖະກອນຢ່າງເປັນປົກກະຕິ ແລະ ທົ່ວເຖິງ; ໄດ້ເອົາໃຈໃສ່ປັບປຸງບູລະນະກົງຈັກການຈັດ ຕາມທິດກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ ໂດຍຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນບ່ອນອີງໃນການນຳພາຈັດຕັ້ງປະຕິບັດ; ວຽກງານພັດທະນາຊັບພະຍາກອນມະນຸດ: ໄດ້ເອົາໃຈໃສ່ໃນການບຳລຸງ-ກໍ່ສ້າງພະນັກງານ-ລັດຖະກອນ ທັງ 03 ປະເພດ ເປັນປົກກະຕິຕໍ່ເນື່ອງ, ໂດຍໄດ້ຍົກລະດັບທາງດ້ານທິດສະດີການເມືອງ ແລະ ດ້ານວິຊາສະເພາະ ເພື່ອສ້າງຖັນແຖວພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີລະດັບຄວາມຮູ້-ຄວາມສາມາດ, ພົ້ນເດັ່ນ, ສ້າງໄດ້ນັກວິຊາການລະດັບປະລິນຍາເອກ ແລະ ປະລິນຍາໂທ ດ້ານກະສິກຳ ທີ່ລົງເລິກໃນສາຂາວິຊາທີ່ຈຳເປັນ ເພີ່ມຂຶ້ນ, ໃນໄລຍະ 5 ປີ ມີພະນັກງານ-ລັດຖະກອນ ໄດ້ຮັບການຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ ທັງໝົດ 2.123 ຄົນ (ຍິງ 570); ໃນນີ້ ລະດັບປະລິນຍາເອກ 20 (ຍິງ 3), ປະລິນຍາໂທ 399 (ຍິງ 84), ປະລິນ ຍາຕີ 785 ຄົນ (ຍິງ 174), ຊັ້ນສູງ 919 ຄົນ (ຍິງ 309) ສະແດງໃຫ້ເຫັນວ່າ ພວກເຮົາສາມາດສ້າງໄດ້ນັກວິຊາການຕ່າງໆ ເພີ່ມຂຶ້ນຈຳນວນຫຼາຍ; ຈາກຂະບວນການດັ່ງກ່າວໄດ້ເຮັດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ມີຄວາມຕື່ນຕົວພັດທະນາຕົນເອງ ກາຍເປັນພະນັກງານຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຫ້າວຫັນ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບສູງ ໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້, ສາມາດສ້າງໄດ້ຄວາມສາມັກຄີເປັນຝຶກແຜ່ນ, ແໜ້ນໜາ, ເປັນກຳລັງແຮງສັງລວມ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງກະຊວງກະສິກຳ ແລະ ປ່າໄມ້, ເຊິ່ງມັນສະແດງອອກໃນຜົນສຳເລັດການຈັດຕັ້ງປະຕິບັດ 4 ເປົ້າໝາຍ ດັ່ງນີ້: 1) ເປົ້າໝາຍ ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ສາມາດຄ້ຳປະກັນດ້ານສະບຽງອາຫານ ພຽງພໍ ສຳລັບການບໍລິໂພກພາຍໃນ ແລະ ມີສ່ວນແຮໄວ້ ແລະ ດ້ານໂພຊະນາການ ກໍໄດ້ຮັບການປັບປຸງດີຂຶ້ນ, ໃນ 5 ປີຜ່ານມາ ສາມາດຜະລິດເຂົ້າເປືອກ ສະເລ່ຍ 3,7 ລ້ານໂຕນ/ປີ ທຽບໃສ່ແຜນການ ເພີ່ມຂຶ້ນ 8%; ດ້ານການລ້ຽງສັດ ແລະ ການປະມົງ ໄດ້ຂະຫຍາຍຕົວຕໍ່ເນື່ອງ 4,2-4,7% ຕໍ່ປີ, ອັດຕາບໍລິໂພກທາດຊີ້ນຢູ່ພາຍໃນ ບັນລຸໄດ້ 65 ກິໂລ/ຄົນ/ປີ; 2) 2) ເປົ້າໝາຍ ຜະລິດກະສິກຳເປັນສິນຄ້າ ໄດ້ຊຸກຍູ້, ສົ່ງເສີມ ການຜະລິດກະສິກຳເປັນສິນຄ້າມີບາດກ້າວຂະຫຍາຍຕົວ. ໃນ 5 ປີຜ່ານມາ ການຜະລິດກະສິກຳເປັນສິນຄ້າສົ່ງອອກ ມີມູນຄ່າ 4 ຕື້ໂດລາສະຫະລັດ (ສະເລ່ຍ 0,8 ຕື້ໂດລາສະຫະລັດ/ປີ), ຖ້າທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 2 ເທົ່າຕົວ. ຂະບວນການລ້ຽງສັດໃຫຍ່ເປັນຟາມໃຫຍ່ ໄດ້ກາຍເປັນໜໍ່ແໜງປັດໄຈໃໝ່ ເຊິ່ງມີຟາມລ້ຽງຄວາຍ 28 ຟາມ, ຟາມລ້ຽງງົວ 387 ຟາມ, ຟາມລ້ຽງໝູ 442, ຟາມແບ້ 53, ຟາມໄກ່ພັນໄຂ່ 263, ຟາມລ້ຽງໄກ່ພັນຊີ້ນ 123, ຟາມເປັດພັນໄຂ່ ແລະ ພັນຊີ້ນ 92. ນອກຈາກນັ້ນ, ຊາວກະສິກອນ ໄດ້ຮັບການຍົກລະດັບ ຮູ້ຈັກນໍາໃຊ້ເຕັກນິກວິຊາການເຂົ້າໃນການລ້ຽງສັດ, ການປູກ, ຮູ້ຈັກການບໍລິຫານຈັດການຟາມຂະໜາດນ້ອຍຂອງຄອບຄົວຫຼາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນພັດທະນາຟາມງົວຊີ້ນ, ງົວນົມຂະໜາດໃຫຍ່ ໂດຍນຳໃຊ້ເຕັກນິກ ແລະ ນະວັດຕະກຳໃໝ່ເຂົ້າໃນການປັບປຸງແນວພັນ ແລະ ການລ້ຽງ. ບັນດາພາກສ່ວນທຸລະກິດ, ຜູ້ປະກອບການພາຍໃນ ແລະ ບັນດາຄອບຄົວ ໄດ້ຫັນການລົງທຶນໃສ່ກະສິກໍາ ແລະ ພັດທະນາຊົນນະບົດຫຼາຍຂຶ້ນ, ການປຸງແຕ່ງຜະລິດຕະພັນກະສິກໍາ, ປ່າໄມ້ ແລະ ການບໍລິການໄດ້ມີໜໍ່ແໜງເກີດຂຶ້ນຫຼາຍບ່ອນ, ການຜະລິດສິນຄ້າຂອງຄອບຄົວ, ກຸ່ມການຜະລິດ, ສະຫະ ກອນ ໄດ້ສືບຕໍ່ຂະຫຍາຍຕົວ ຕິດພັນກັບການຜູກພັນສັນຍາສອງສົ້ນ ກັບພາກສ່ວນທຸລະກິດ ທີ່ໄດ້ເຊື່ອມຈອດກັບຕະຫຼາດພາຍໃນ ແລະ ຕ່າງປະເທດ; ບັນດາກຸ່ມການຜະລິດພືດຜັກອິນຊີ, ສະຫະກອນຕົວແບບທີ່ດີ ໄດ້ມີການຜະລິດ ແລະ ມີລາຍຮັບ. 3) ປ່າໄມ້ພັດທະນາແບບຍືນຍົງ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງານການຄຸ້ມຄອງ ແລະ ພັດທະນາປ່າໄມ້ ຢ່າງເປັນລະບົບ ຕາມຍຸດທະສາດພັດທະນາປ່າໄມ້ ໂດຍໄດ້ສຳເລັດການສໍາຫຼວດຈັດສັນໂດຍພື້ນຖານທີ່ດິນ 3 ປະເພດ, ສໍາເລັດການຍົກລະດັບປ່າສະຫງວນແຫ່ງຊາດ ນໍ້າແອດ-ພູເລີຍ, ນາກາຍ-ນໍ້າເທີນ ແລະ ຫີນໜາມໜໍ່ ເປັນອຸທິຍານແຫ່ງຊາດ, ກະກຽມເງື່ອນໄຂດ້ານຕ່າງໆ ເພື່ອສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກ ທາງທຳມະຊາດ, ສໍາເລັດການສ້າງເຂດອະນຸລັກສັດປ່າທີ່ຫາຍາກ ໂອ່ງ-ມັ່ງ ໃຫ້ເປັນເຂດຮັກສາພັນສັດປ່າແຫ່ງຊາດ, ໄດ້ເກີດມີໂຮງງານປຸງແຕ່ງໄມ້ປູກຂະໜາດໃຫຍ່ ຢູ່ແຂວງພາກກາງ ເພື່ອປຸງແຕ່ງໄມ້ອັດ ແລະ ເນຶ້ອເຈ້ຍ ຊົມໃຊ້ພາຍໃນ ແລະ ສົ່ງອອກ. ໄດ້ມີຕົວແບບການຄຸ້ມຄອງປົກປັກຮັກສາປ່າໄມ້ ແບບຍືນຍົງ ຕິດພັນກັບການສົ່ງເສີມການທ່ອງ ທ່ຽວທຳມະຊາດ ໂດຍການມີສ່ວນຮ່ວມ ລະຫວ່າງ ພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. 4) ເປົ້າໝາຍ ຊົນນະບົດ ພັດທະນາ ວຽກງານພັດທະນາຊົນນະບົດ ໄດ້ຮັບການເອົາໃຈໃສ່ຢ່າງຕັ້ງໜ້າ ລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ ເທື່ອລະກ້າວ, ຈຳນວນຄອບຄົວພົ້ນທຸກ, ຄອບຄົວ ແລະ ບ້ານພັດທະນາ ກໍ່ເພີ່ມຂຶ້ນ. ພື້ນຖານໂຄງລ່າງຮັບໃຊ້ການຜະລິດກະສິກຳ ແລະ ການດໍາລົງຊີວິດ ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ກໍ່ສ້າງໃໝ່ ຂະຫຍາຍລົງສູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກຫຼາຍກວ່າເກົ່າ, ການຈັດສັນອາຊີບການປູກ-ການລ້ຽງໃຫ້ປະຊາຊົນ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ, ຢູ່ແຕ່ລະທ້ອງຖິ່ນ ກໍໄດ້ຈັດສັນເຂດການຜະລິດ ແລະ ອາຊີບໃຫ້ປະຊາຊົນ ຕາມເງື່ອນໄຂ ແລະ ທ່າແຮງ ຂອງແຕ່ລະບ່ອນ.

ຜ່ານການສະຫຼຸບ, ຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສາມາດສັງລວມການສະເໜີຍ້ອງຍໍຜົນງານ 05 ປີ (2016-2020) ປະເພດຕ່າງໆ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ເຊິ່ງໃຫ້ກຽດປະດັບຫຼຽນ ແລະ ຍ້ອງຍໍ ໂດຍ ທ່ານ ປອ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ມີລາຍລະອຽດດັ່ງນີ້:

1) ຫຼຽນໄຊແຮງງານ ຊັ້ນ I ບຸກຄົນ ຈຳນວນ 82 ທ່ານ ແລະ 18 ກົມກອງ;
2) ຫຼຽນໄຊແຮງງານ ຊັ້ນ II ບຸກຄົນ ຈຳນວນ 143 ທ່ານ ແລະ 2 ກົມກອງ;
3) ຫຼຽນໄຊແຮງງານ ຊັ້ນ III ບຸກຄົນ ຈຳນວນ 209 ທ່ານ ແລະ 1 ກົມກອງ;
4) ຫຼຽນກາແຮງງານ ຈຳນວນ 295 ທ່ານ;
5) ໃບຍ້ອງຍໍລັດຖະບານ ຈຳນວນ 636 ທ່ານ;
6) ໃບຍ້ອງຍໍກະຊວງ ຈຳນວນ 370 ທ່ານ;
7) ໃບຊົມເຊີຍກະຊວງ ຈຳນວນ 76 ທ່ານ.
https://dop.maf.gov.la/pdf/5079MAF-24-11-2022.pdf

ພາບ ແລະ ຂ່າວໂດຍ: ວິລະກອນ ເຄນທະລັງສີ