Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກອງປະຊຸມສະໄໝສາມັນຂອງໜ່ວຍພັກໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ

ໃນຕອນເຊົ້າຂອງວັນທີ 31 ມັງກອນ 2023 ເວລາ 09:00 ຢູ່ທີ່ສະໂມສອນໂຮງຮຽນຊົນ ລະປະທານຊັ້ນສູງທ່າງ່ອນ ໄດ້ຈັດກອງປະຊຸມສະໄໝສາມັນຂຶ້ນ ເຊີ່ງໃຫ້ກຽດ ເປັນປະທານກ່າວເປີດກອງປະຊຸມໃນຄັ້ງນີ້ ແມ່ນ ສະຫາຍ ເພັດສະໝອນ ຖານະສັກ ຄະນະພັກກົມ ຈັດຕັ້ງ ແລະ ພະນັກງານ ມີບັນດາຫົວໜ້າຈຸພັກ, ຮອງຫົວໜ້າຈຸພັກ, ຫົວໜ້າໜ່ວຍ ພັກ, ຮອງຫົວໜ້າໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 24 ສະຫາຍ (ຍິງ 06) ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອທາບທາມຮອງເລຂາໜວຍພັກໂຮງຮຽນ 01 ສະຫາຍ ເຊີ່ງມີເປົ້າໝາຍໃນການທາບທາມຄັ້ງນີ້ 04 ສະຫາຍ. ພາບຂ່າວ: ຈິດວິໄລ