Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ຊ່ຽວຊານຍີ່ປຸ່ນຢ້ຽມຢາມໂຮງຮຽນ

ໃນຕອນເຊົ້າຂອງວັນທີ 9 ທັນວາ 2022 ຢູ່ທີ່ໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ໄດ້ຕ້ອນຮັບການຢ້ຽມຢາມຈາກຊ່ຽວຊານຍີ່ປຸ່ນ ເຊິ່ງນຳພາໂດຍ ທ່ານ ຮາລາຊັງ ພ້ອມດ້ວຍຄະນະ ເຊີ່ງມີຈຸດປະສົງຫຼັກໃນການຢ້ຽມຢາມຄັ້ງນີ້ກໍ່ ເພື່ອເປັນການຜູກແໜ້ນຄວາມສາມັກຄີຮັກແພງກັບທາງໂຮງຮຽນ ໂດຍສະເພາະກໍ່ແມ່ນບັນດາພະນັກງານຄູອາຈານໃນຖານະທີ່ເຄີຍໄດ້ເຮັດວຽກປະສານງານ ກັນຊ່ວງປີ 2015-2016 ທີ່ຜ່ານມາເຊີ່ງແມ່ນໂຄງການ ໄທຊິຊຸ ຂອງຍີ່ປຸ່ນ ທີ່ເຂົ້າມາເຮັດວຽກທົດລອງ ກ່ຽວກັບການສຳຫຼວດຄອງເໝືອງ ແລະ ການວິໄຈເຂົ້າ ແລະ ກໍ່ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວໃນ ການມາຢ້ຽມຢາມໃນຄັ້ງນີ້ທາງທີມງານຊ່ຽວຊານຍີ່ປຸ່ນກໍ່ໄດ້ມີການສົນທະນາກັນແບບເປັນກັນເອງກັບທາງການນຳຂອງໂຮງຮຽນໂດຍສະເພາະແມ່ນທາງຄະນະອຳນວຍການໂຮງຮຽນປຶກສາຫາລືເຮັດແນວ ໃດເພື່ອຈະເຮັດໃຫ້ວຽກງານການສຶກສາຂອງໂຮງຮຽນຈະສືບສານຕໍ່ໃນອະນາຄົດຂ້າງໜ້າ ແລະ ໃຫ້ມີ ການພັດທະນາທາງດ້ານວິຊາການ ແລະ ການສຶກສາໃຫ້ມີຄຸນນະພາບທີ່ດີຂຶ້ນກ່ວາເກົ່າ.

ພາບຂ່າວ: ຈິດວິໄລ