Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ປະຖະກະຖາ 2 ວັນສຳຄັນຂອງຊາດ

ໃນຕອນບ່າຍຂອງວັນທີ 9 ທັນວາ 2022 ທີ່ຜ່ານມາ ຢູ່ທີ່ສະໂມສອນໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ໄດ້ຈັດປະຖະກະຖາວັນສຳຄັນຂອງຊາດຄື: ວັນຊາດທີ 2 ທັນວາຄົບຮອບ 47 ປີ (02/12/1975-02/12/2022) ແລະ ວັນຄ້າຍວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13/12/1920-13/12/2022), ໃຫ້ກຽດປະຖະກະຖາຄັ້ງນີ້ ໂດຍ ທ່ານ ອານຸສອນ ຄຸນສົມບັດ ຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ຮັກສາການອຳນວຍການໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ, ມີບັນດາຄະນະອໍານວຍການ, ຫົວໜ້າຫ້ອງການ, ຫົວໜ້າຄະນະວິຊາ ແລະ ພະນັກງານວິຊາການເຂົ້າຮ່ວມຈໍານວນ 39 ທ່ານ, ຍິງ 20 ທ່ານ.
ຈຸດປະສົງຂອງການປະຖະກະຖາຄັ້ງນີ້ ເພື່ອເປັນການສຶກສາອົບຮົມໃຫ້ສະມາຊິກພັກ ແລະ ພະນັກງານ-ຄູອາຈານ ທົ່ວໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ຜົນງານການສ້າງສາພັດທະນາປະເທດຊາດມາໄດ້ 47 ປີ ກໍ່ຄືຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ການປະຕິວັດ. ໂອກາດນີ້ ທ່ານ ອານຸສອນ ຄຸນສົມບັດ ຄະນະພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ຮັກສາການອຳນວຍການໂຮງຮຽນຊົນລະປະທານຊັ້ນສູງ ທ່າງ່ອນ ໄດ້ເລົ່າປະຫວັດການຕໍ່ສູ້ກູ້ຊາດຂອງປະທານໄກສອນ ພົມວິຫານ ໃນການນໍາພາປະຊາຊົນຕໍ່ສູ້ ເພື່ອປົດປ່ອຍປະເທດຊາດຢ່າງສະຫຼາດສ່ອງໃສ ແລະ ຢ່າງພິລະອາດຫານ ດ້ວຍນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ນອກນັ້ນຍັງໄດ້ເລົ່າເຖິງສະພາວະການເປັນຜູ້ນຳທີ່ດີ ຂອງປະທານໄກສອນ ພົມວິຫານ ເພື່ອໃຫ້ແກ່ຄົນລຸ້ນຫຼັງໄດ້ນຳໄປເປັນບົດຮຽນໃນການດຳລົງຊີວິດອີກ.

ພາບ-ຂ່າວ: ຈິດວິໄລ ຍົດສົມບັດ