Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ກ່ຽວກັບການຈັດຕັ້ງຂອງກົມ

ກ່ຽວກັບກົມ

ກົມຈັດຕັ້ງ ແລະ ພະນັກງານ ຂຽນເປັນຕົວອັກສອນຫຍໍ້ວ່າ “ກຈພ” ແມ່ນກົງຈັກການຈັດຕັ້ງໜຶ່ງ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກ ແລະ ຄະນະນໍາກະຊວງ ໃນການຄຸ້ມຄອງ ກ່ຽວກັບວຽກງານຈັດຕັ້ງ, ພັກ-ພະນັກງານ, ຄຸ້ມຄອງພະນັກງານ-ລັດຖະກອນ ແລະ ພັດທະນາຊັບພະຍາກອນມະນຸດ ຂອງຂະແໜງກະສິກຳ ແລະ ປ່າໄມ້.

ຂອບເຂດສິດ

1.ຮ່າງມະຕິຕົກລົງ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ແລະ ນິຕິກຳຕ່າງໆ ກ່ຽວກັບ ວຽກງານການເມືອງ-ແນວຄິດ, ວຽກງານຄຸ້ມຄອງ ແລະ ວຽກງານພັດທະນາການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ແລະ ວຽກງານພັດທະນາຊັບພະຍາກອນມະນຸດ ໃນຂອບເຂດຄວາມຮັບຜິດ ຊອບ ເພື່ອສະເໜີຄະນະພັກ-ຄະນະນຳກະຊວງ ພິຈາລະນາຕົກລົງ;


2.ອອກຄຳແນະນຳ, ແຈ້ງການ, ໜັງສືສະເໜີ ເຖິງຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ, ບັນດາພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ກ່ຽວກັບວຽກງານຈັດຕັ້ງ, ພັກ-ພະນັກງານ, ຄຸ້ມຄອງພະນັກງານ – ລັດຖະກອນ ແລະ ພັດທະນາຊັບພະຍາກອນມະນຸດ ຂອງຂະແໜງກະສິກຳ ແລະ ປ່າໄມ້;

ໂຄງປະກອບກົງຈັກ

ກົມຈັດຕັ້ງ ແລະ ພະນັກງານ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:


1.ພະແນກບໍລິຫານ;
2.ພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ;
3. ພະແນກຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດ;
4. ພະແນກພັດທະນາການຈັດຕັ້ງ;
6. ພະແນກນະໂຍບາຍ.


ນອກຈາກນັ້ນຍັງມີ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ບໍລິຄໍາໄຊ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ສະຫວັນນະເຂດ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ຈຳປາສັກ ແລະ ໂຮງ ຮຽນຊົນລະປະທານຊັ້ນສູງທ່າງ່ອນ ທີ່ເປັນຫົວໜ່ວຍວິຊາການລະດັບສອງ, ຊຶ່ງມີຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຕ່າງຫາກ.

ໜ້າທີ່


1.ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນໆ ຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງກະສິກຳ ແລະ ປ່າໄມ້;

2.ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານສຶກສາອົບຮົມການ ເມືອງ-ແນວຄິດ, ວຽກງານພັດທະນາການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານຄຸ້ມຄອງພະ ນັກງານ-ລັດຖະກອນ ແລະ ວຽກງານຊັບພະຍາກອນມະນຸດຂອງຂະແໜງກະສິກຳ ແລະ ປ່າໄມ້;

3.ສຸມທຸກກຳລັງແຮງ ປະກອບສ່ວນຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດສົດ, ສະ ອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນທົດແທນການນຳເຂົ້າ;

4.ປະກອບສ່ວນຍູ້ແຮງການຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າແບບຫຼາກຫຼາຍ ໂດຍມີການກໍານົດເປັນໂຄງການ, ກໍານົດເຂດການຜະລິດຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ ຕາມທ່າແຮງທີ່ໄດ້ປຽບຂອງທ້ອງຖິ່ນ ແລະ ເຂດແຄວ້ນ, ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ກຸ່ມ, ຄອບຄົວຕົວແບບ ໃນການຜະລິດສິນຄ້າສົດ, ຊີວະພາບ, ສະອາດ, ຜະລິດສິນຄ້າທີ່ເປັນທ່າແຮງໄດ້ປຽບເພື່ອສົ່ງອອກຕ່າງປະເທດໂດຍສອດຄ່ອງກັບມາດຕະຖານສຸຂານາໄມພືດຂອງປະເທດຄູ່ຄ້າ;

5.ສ້າງຮ່າງແຜນຍຸດທະສາດ ກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ການພັດທະນາຊັບພະຍາກອນມະນຸດ ຂອງຂະແໜງກະສິກໍາ ແລະ ປ່າໄມ້ ເພື່ອສະເໜີລັດຖະມົນຕີ ພິຈາລະນາຮັບຮອງ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາວຽກງານຈັດຕັ້ງ, ພັກ-ພະນັກງານ, ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ແລະ ວຽກງານພັດທະນາຊັບພະຍາກອນມະນຸດຂອງຂະແໜງກະສິກຳ ແລະ ປ່າໄມ້ ເພື່ອສະເໜີລັດຖະມົນຕີ ພິຈາລະນາອະນຸມັດ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;

6.ຄົ້ນຄວ້າ, ນໍາສະເໜີ, ສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບວຽກງານຈັດຕັ້ງ, ພັກ-ພະນັກງານ ພ້ອມທັງເຜີຍແຜ່ ໃຫ້ຂະແໜງການຢ່າງທົ່ວເຖິງ;

7.ຄົ້ນຄວ້າ ສະເໜີປັບປຸງ ພາລະບົດບາດ, ໂຄງປະກອບກົງຈັກການຈັດຕັ້ງ, ກໍານົດຕໍາແໜ່ງງານ, ບັນຈຸ, ສັບຊ້ອນ-ຈັດວາງພະນັກງານ-ລັດຖະກອນ ຂອງກະຊວງ ແລະ ຫ້ອງການ, ບັນດາກົມ, ສະຖາບັນ, ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ, ບັນດາພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ນະຄອນ ຕາມທິດກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ ແລະ ທັນສະໄໝ; ຄົ້ນຄວ້າ, ຜັນຂະຫຍາຍມາດຕະຖານຕຳແໜ່ງບໍລິຫານ ແລະ ຕຳແໜ່ງວິຊາການ;

8.ກະກຽມກອງປະຊຸມຄະນະປະຈໍາພັກ, ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ, ກອງປະຊຸມເປີດກວ້າງຄະນະບໍລິຫານງານພັກກະຊວງ, ກອງປະຊຸມໃຫຍ່ 03 ຂັ້ນ ຂອງບັນດາຮາກຖານພັກ ແລະ ອົງການຈັດຕັ້ງມະ ຫາຊົນ ແລະ ກອງປະຊຸມອື່ນໆ ທີ່ຂຶ້ນກັບອົງຄະນະພັກກະຊວງ ໂດຍປະສານສົມທົບກັບຫ້ອງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງ;