Logo
ຮັບປະກັນ ຄວາມຖືກຕ້ອງ-ວ່ອງໄວ ໂປ່ງໃສ ໃສ່ໃຈ ພັດທະນາບຸກຄະລາກອນ-ການຈັດຕັ້ງ ໃຫ້ເຂັ້ມແຂງ, ມີປະສິດທິພາບ

ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນປະຖົມ-ມັດທະຍົມ ບ້ານດອຍກາວ ແລະ ໂຮງຮຽນມັດທະຍົມ ບ້ານພູເລີນ, ເມືອງໄຊສະຖານ, ແຂວງໄຊຍະບູລີ

ໃນລະຫວ່າງ ວັນທີ 7 ຫາ 11 ທັນວາ 2022, ສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ໄດ້ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນປະຖົມ-ມັດທະຍົມ ບ້ານດອຍກາວ ແລະ ໂຮງຮຽນມັດທະຍົມ ບ້ານພູເລີນ, ເມືອງໄຊສະຖານ, ແຂວງໄຊຍະບູລີ. ສຳລັບເຄື່ອງຊ່ວຍເຫຼືອ ໄດ້ຮັບການສະໜັບສະໜູນຫຼັກຈາກບັນດາພັນລະຍາການນຳກະຊວງ, ອະດີດພັນລະຍາການນຳກະຊວງ , ບໍລິສັດພູທອກມາຍນິງ ແລະ ການນຳເພດຍິງກະຊວງ ພ້ອມນີ້ ກໍ່ຍັງມີເງິນສົມທົບຈາກບັນດາຄະນະຮາກຖານ ແລະ ໜ່ວຍຮາກຖານແມ່ຍິງທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນອື່ນໆ ລວມມູນຄ່າທັງໝົດ 75,620,000 ກີບ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ຄອມພິວເຕີ+ເຄື່ອງພິມເອກະສານ ຈຳນວນ 2 ຊຸດ, ເຈ້ຍ A4 ຈຳນວນ 3 ແກັດ, ເສື່ອນອນ 260 ຜືນ, ກະເປົານັກຮຽນ 250 ໜ່ວຍ, ເສື້ອກັນໜາວເດັກນ້ອຍ 150 ຜືນ, ເສື້ອກັນໜາວໃຫຍ່ 150 ຜືນ, ປຶ້ມຂຽນ 10 ມັດ ຫຼື 600 ຫົວ, ຜ້າຫົ່ມ 60 ຜືນ, ບັນທັດ+ສໍ+ບິກ+ຢາງລຶບ, ນົມດັດສະມິວ, ເຂົ້າໜົມ, ເຄື່ອງນຸ່ງ 5 ເປົາ, ນ້ຳຢາລ້າງຈານ 90 ລິດ ແລະ ແບ້ 6 ໂຕ.

ພາບ ແລະ ຂ່າວ: ສີສົມພອນ ໄຊຍະລາດ